ກາລະໂອກາດຂອງບັນດາ ວິສາຫະກິດຫວຽດນາມ ຢູ່ງານຕະຫຼາດນັດ ອາຊຽນ-ຈີນ

ກາລະໂອກາດຂອງບັນດາ ວິສາຫະກິດຫວຽດນາມ ຢູ່ງານຕະຫຼາດນັດ ອາຊຽນ-ຈີນ - ảnh 1

(ພາບ: dantri.com.vn)

 (vovworld)-  ​ວັນ​ທີ 4/9, ງານ​ຕະຫຼາດນັດ ອາ​ຊຽນ-ຈີນ ​ໄດ້​ອັດ​ລົງຢູ່ນະຄອນ​ໜານ​ໜິງ, ​ ​ແຂວງ​ກວາງຊີ, ປະ​ເທດ​ຈີນ. ຜ່ານ 10 ປີ​ເຂົ້າຮ່ວມ​ງານ​ຕະຫຼາດນັດ, ​ໃນ​ເບື້ອງ​ຕົ້ນ, ສິນຄ້າ​ຫຼາຍ​ປະ​ເພດ​ຂອງ​ຫວຽດນາມ ​ໄດ​້ມີ​ທີ່​ຕັ້ງ​ໃນ​ຕະຫຼາດ​ຈີນ​.

  ​ໂດຍ​ໄດ້​ເຂົ້າຮ່ວມ​ງານ​ຕະຫຼາດນັດຢ່າງ​ຕໍ່​ເນື່ອງ​ນັບ​ແຕ່​ຄັ້ງທຳ​ອິດ, ມາ​ຮອດ​ປະຈຸ​ບັນ, ​ເກີບ Bitis ຖືກ​ຖື​ວ່າ​ແມ່ນ​ປະ​ເພດສິນຄ້າຂອງ​ ​ຫວຽດນາມ​ ປະສົບ​ຜົນສຳ​ເລັດ ​ເມື່ອ​ນຳ​ເຂົ້າຕະຫຼາດ​ຈີນ. ທ່ານ​ນາງ​ເລ​ວິ້ງ​ຄຽດ (Lê Vịnh Khiết) ຮອງ​ຜູ້ອຳນວຍການ​ໃຫ່ຍບໍລິສັດ Bitis ​ໃຫ້​ຮູ້​ວ່າ:

  “​ເຂົ້າຮ່ວມ​ງານ​ຕະຫຼາດນັດ​ແຕ່​ລະຄັ້ງ, ພວກ​ຂ້າພະ​ເຈົ້າ​ ກຳ​ໄດ້​ຄວາມ​ຕ້ອງການ, ຄວາມ​ນິຍົມ​ໃຊ້​ສອຍ​ຂອງ ປຊຊ ຢູ່​ທີ່​ນີ້ລະອຽດ​ກ່ວາ ​ແລະ ​ແຕ່ລະ​ປີ​ພວກ​ຂ້າພະ​ເຈົ້າກໍ່​ມີ​ຜະລິດ​ຕະພັນ​ໃໝ່​ທີ່​ເໝາະ​ສົມ. ພວກ​ຂ້າພະ​ເຈົ້າ​ໄດ້​ຄົ້ນຄ້ວາ​ຈຸດ​ພິ​ເສດ​ໃນການ​ໃຊ້​ເກີບຂອງ​ຊາວ​ຈີນ. ດັ່ງນັ້ນ, ​ເມື່ອ​ຜະລິດບັນດາ​ຜະລິດ​ຕະພັນ​ທີ່​ຖືກ​ໃຈ​ເຂົາ​ເຈົ້າ, ​ແນ່ນອນ​ວ່າ​ເຂົາ​ເຈົ້າຈະ​ພໍ​ໃຈ ​ເຖິງ​ວ່າ​ນັ້ນ​ແມ່ນ​ຜະລິດ​ຕະພັນ​ຂອງ​ປະ​ເທດ​ອື່ນ“.

   ກໍ່​​ເຊັ່ນ​ດຽວ​ກັນກັບ Bitis, ​ໃນ​ເບື້ອງ​ຕົ້ນ, ກາ​ເຟຈຸ​ງງວຽນ  ກໍ່ບັນລຸ​ຜົນສຳ​ເລັດ​ຢູ່​ຕະຫຼາດ​ຈີນ. ທ່ານ​ຫງວຽນ​ວັນ​ດົງ, ຜູ້​ຊ່ວຍ​ວຽກ​ຄະນະ​ຜູ້ອຳນວຍການ​ບໍລິສັດ​ຈຸ​ງງວຽນ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ຈຸ​ງງວຽນ ​ມີ​ລະບົບ​ແຈກ​ຢາຍ​ກາ​ເຟ 10 ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ຈີນ:

   “ຫວຽດນາມ ມີ​ທ່າ​ແຮ​ງດ້ານ​ກາ​ເຟ, ປະຈຸ​ບັນ, ຊາວ​ຈີນ, ພິ​ເສດ​ແມ່ນ​ໄວ​ໜຸ່ມພວມ​ນິຍົມ​ດື່ມ​ກາ​ເຟ​ແທນ​ໃຫ້​ນ້ຳຊາ, ສະນັ້ນ, ນີ້​ແມ່ນ​ກາລະ​ໂອກາດ​ທີ່​ໃຫ່ຍຫຼວງ​ໃຫ້​ແກ່​ຫວຽດນາມ. ຈຸງງວຽນ​ ມີ​ບັນດາ​ປະ​ເພດ​ສິນຄ້າ​ເຮັດ​ດ້ວຍວັດຖຸ​ທີ່​ດີ​ທີ່​ສຸດ, ມີ​ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ​ດີ​ທີ່​ສຸດ ​ແລະ ພິ​ເສດ​ແມ່ນ​ມີຍຸດ​ທະ​ສາດ​ກ່ຽວ​ກັບ​ຮູບ​ແບບ​ຮ້ານ​ກາ​ເຟຈຸ​ງງວຽນ​ ເພື່ອ​ແນ​ໃສ່​ຫັນ​ຜະລິດ​ຕະພັນ​ຂອງ​ຕົນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ“.

ຂ່າວ/ບົດ​ອື່ນ