ກຳປັ່ນສາກົນ 4 ລຳຂົນສົ່ງນັກທ່ອງທ່ຽວກວ່າ 6.200ຄົນມາຢ້ຽມຢາມຮ້າລອງ

(VOVWORLD) -ວັນທີ 26 ທັນວາ, ຢູ່ທ່າກຳປັ່ນ Vinashin ແລະ ທ່າກຳປັ່ນ ຮ່ອນກາຍ ນະຄອນ ຮ້າລອງ ແຂວງ ກວ໋າງນີງ ໄດ້ຕ້ອນຮັບກຳປັ່ນສາກົນ 4 ລຳ    ຂົນສົ່ງຜູ້ໂດຍສານກວ່າ 6.200 ຄົນ ມາຢ້ຽມຢາມ ຮ້າລອງ.
ກຳປັ່ນສາກົນ 4 ລຳຂົນສົ່ງນັກທ່ອງທ່ຽວກວ່າ 6.200ຄົນມາຢ້ຽມຢາມຮ້າລອງ - ảnh 1 ກຳປັ່ນສາກົນ

ນີ້ແມ່ນຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ຮ້າລອງ ດ້ວຍທາງທະເລຫລາຍສຸດນັບແຕ່ກອ່ນມາຮອດປະຈຸບັນ ຊື່ງບັນດາບໍລິສັດທ່ອງທ່ຽວຕ້ອນຮັບນັກທ່ອງທ່ຽວໃນມື້ດຽວກັນ.

ພະແນກທ່ອງທ່ຽວ ແຂວງ ກວ໋າງນີງ ໃຫ້ຮູ້ວ່າ: ຄາດວ່າ ຮອດເດືອນ ມີນາປີ 2018, ຈະສືບຕໍ່ມີກຳປັ່ນທະເລສາກົນຕື່ມອີກ 50 ຖ້ຽວ ຂົນສົ່ງຜູ້ໂດຍສານມາຢ້ຽມຢາມ ແຂວງ ກວ໋າງນີງ. ທ່ານ ຟ້າມງອກຖູຍ, ຫົວຫນ້າພະແນກທ່ອງທ່ຽວ ກວ໋າງນີງ ໃຫ້ຮູ້ວ່າ:

“ໃນໄລຍະຍາວ ການທ່ອງທ່ຽວດ້ວຍກຳປັ່ນ  ແມ່ນຜະລິດຕະພັນ, ຮູບການດ້ານການຄ້າທີ່ເປັນເອກະລັກສະເພາະ. ກວ໋າງນີງ ຈະພະຍາຍາມຂຸດຄົ້ນຢ່າງສູງສຸດ. ຄາດວ່າ ຕົ້ນປີ 2019, ແຂວງ ກວ໋າງນີງ ຈະນຳທ່າກຳປັ່ນນຳໃຊ້ສະເພາະເພື່ອໃຫ້ກຳປັ່ນທະເລເຂົ້າເຄື່ອນໄຫວ ຜ່ານນັ້ນ ຂຸດຄົ້ນຢ່າງສູງສຸດເພື່ອນຳມາໃຫ້ການພັດທະນາການທ່ອງທ່ຽວຂອງແຂວງ.”

ຕອບກັບ

ຂ່າວ/ບົດ​ອື່ນ