ກຳປູເຈຍຕ້ອນຮັບນັກທ່ອງທ່ຽວ2,5ລ້ານເທື່ອຄົນໃນໂອກາດບຸນເຕັດຂະແມ2016

ກຳປູເຈຍຕ້ອນຮັບນັກທ່ອງທ່ຽວ2,5ລ້ານເທື່ອຄົນໃນໂອກາດບຸນເຕັດຂະແມ2016 - ảnh 1
ພະ​ວິ​ຫານ​ Angkor ຢູ່ ແຂວງ Seam Reap
ພາບ:internet

(vovworld)- ໃນ​ຊຸມມື້​ຕ້ອນ​ຮັບ​ປີ​ໃຫມ່ 2016 ຕາມ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ ຂະ​ແມ, ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ ກຳ​ປູ​ເຈຍ ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ ປະ​ມານ 2,5 ລ້ານ​ເທື່ອ​ຄົນ, ໃນ​ນັ້ນ ສະ​ເພາະ​ພະ​ວິ​ຫານ​ບູ​ຮານ Angkor ຢູ່ ແຂວງ Seam Reap ໄດ້​ຕ້ອນ​ຮັບ 1,3 ລ້ານ​ເທື່ອ​ຄົນ. ທ່ານ Thong Khon, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ທ່ອງ​ທ່ຽວ ກຳ​ປູ​ເຈຍ ໃຫ້​ຮູ້​ວ່າ:  ໃນ 4 ມື້​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ເພ​ນີ, ພະ​ວິ​ຫານບູ​ຮານ Angkor ຢູ່ ແຂວງ Seam Reap ດ້ວຍ​ບັນ​ດາ​ລາຍ​ການ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 1,3 ລ້ານ​ເທື່ອ​ຄົນ, ໃນ​ນັ້ນ ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ປະ​ມານ 300.000 ເທື່ອ​ຄົນ ເພີ່ມ​ຂຶ້ນ​ປະ​ມານ 30% ເມື່ອ​ທຽບ​ໃສ່​ໂອ​ກາດບ​ຸນ​ເຕັດ​ຂະ​ແມ​ປີ 2015. ນອກ​ຈາກ Seam Reap ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ໄປ​ຢ້ຽມ​ຢາມ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ ຢູ່ Battambag, ຫາດ​ຊາຍ​ທະ​ເລ ຢູ່ Sihanoukville, Kampot, Kep ຫລື​ເຂດ​ທ່ອງ​ທ່ຽວ Bokor.

 

 

ຕອບກັບ

ຂ່າວ/ບົດ​ອື່ນ