ກຳປູເຈຍ ຍົກເລີກຄຳສັ່ງຫ້າມເຮືອບິນທີ່ມາຈາກ 3 ປະເທດ ອາຊີຕາເວັນອອກສ່ຽງໃຕ້
(VOVWORLD) -ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ອອກຂໍ້ຕົກລົງວ່າດ້ວຍການຍົກເລີກຄຳສັ່ງຫ້າມເຮືອບິນທັງໝົດທີ່ມາຈາກ ມາເລເຊຍ, ອິນໂດເນເຊຍ ແລະ ຟີລິບປິນ, ພາຍຫຼັງທີ່ປະຊາຊົນສ່ວນຫຼາຍຢູ່ປະເທດນີ້ ໄດ້ສັກວັກຊິນກັນພະຍາດໂຄວິດ - 19.
ວັນທີ 23 ຕຸລາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ອອກຂໍ້ຕົກລົງວ່າດ້ວຍການຍົກເລີກຄຳສັ່ງຫ້າມເຮືອບິນທັງໝົດທີ່ມາຈາກ ມາເລເຊຍ, ອິນໂດເນເຊຍ ແລະ ຟີລິບປິນ, ພາຍຫຼັງທີ່ປະຊາຊົນສ່ວນຫຼາຍຢູ່ປະເທດນີ້ ໄດ້ສັກວັກຊິນກັນພະຍາດໂຄວິດ - 19. ຂໍ້ຕົກລົງສະບັບດັ່ງກ່າວ ມີຜົນສັກສິນໂດຍທັນທີ.
ການຍົກເລີກຄຳສັ່ງເກືອດຫ້າມດັ່ງກ່າວ ແມ່ນສ່ວນໜຶ່ງໃນແຜນການເປີດການເຄື່ອນໄຫວເສດຖະກິດ ສັງຄົມຄືນໃໝ່ເທື່ອລະກ້າວຂອງ ກຳປູເຈຍ ໂດຍຜ່ານການຮັບມືກັບສະພາບປົກກະຕິໃໝ່ ແລະ ເລີ່ມເຄື່ອນໄຫວການບໍລິການຂົນສົ່ງທາງການບິນ.