ບັນດາສະມາຊິກໃນກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ
(ພາບ: nhandan.com.vn)
|
(vovworld) – ຕອນເຊົ້າວັນທີ 19/10, ທີ່ສຳນັກງານສະພາແຫ່ງຊາດ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໄດ້ຈັດວາລະປະຊຸມຄົບຄະນະຄັ້ງທຳອິດ, ຮັບຮອງເອົາກົດລະບຽບການເຄື່ອນໄຫວຂອງກຳມາທິການການຕ່າງປະເທດຊຸດທີ 14. ຕາມນັ້ນແລ້ວ, ກຳມາທິການການຕ່າງປະເທດເຄື່ອນໄຫວຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກຕາມລະບອບລວມໝູ່ ແລະ ຕັດສິນຕາມສ່ວນຫຼາຍ. ບັນດາການເຄື່ອນໄຫວຂອງກຳມາທິການ ຕ້ອງເຄົາລົບຕາມບັນດາຂໍ້ກຳນົດຂອງກົດໝາຍ, ກະຈ່າງແຈ້ງ, ປອດໃສ, ປະຊາທິປະໄຕ, ຮັບປະກັນການນຳພາຂອງພັກ, ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ປະທານສະພາແຫ່ງຊາດ. ທີ່ວາລະປະຊຸມໃນຕອນເຊົ້າວັນທີ 19/10, ຄະນະກຳມາທິການການຕ່າງປະເທດໄດ້ດຳເນີນການກວດກາບົດລາຍງານຂອງລັດຖະບານກ່ຽວກັບວຽກງານພົວພັນຕ່າງປະເທດຂອງພັກ ແລະ ລັດ ໃນປີ 2016, ກວດກາບົດລາຍງານແຫ່ງການປະຕິບັດໜ້າທີ່ລາຍຮັບ, ລາຍຈ່າຍງົບປະມານແຫ່ງລັດປີ 2016 ແລະ ວາງແຜນງົບປະມານ, ລາຍຈ່າຍງົບປະມານແຫ່ງລັດປີ 2017 ຂອງກະຊວງການຕ່າງປະເທດ.