(vovworld) - ຕອນບ່າຍວັນທີ 13/11, ຢູ່ຮ່າໂນ້ຍ, ກຳມາທິການການຕ່າງປະເທດສະພາແຫ່ງຊາດໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 5. ທີ່ວາລະປະຊຸມ, ກຳມາທິການການຕ່າງປະເທດສະພາແຫ່ງຊາດໄດ້ກວດກາບົດລາຍງານຂອງລັດຖະບານກ່ຽວກັບສະພາບການຂອງໂລກ, ວຽກງານການຕ່າງປະເທດຂອງພັກ ແລະ ລັດ ປີ 2012; ໃຫ້ຄຳຄິດຄຳເຫັນໃສ່ຮ່າງບົດລາຍງານວຽກງານເຄື່ອນໄຫວຂອງກຳມາທິການການຕ່າງປະເທດໃນປີ 2012 ແລະ ໂຄງການປະຕິບັດງານປີ 2013. ໃນປີ 2012, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ໄດ້ສ້າງແຜນການປະຕິບັດການຄົ້ນຄວ້າປັບປຸງລັດຖະທຳມະນູນປີ 1992; ຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດ ແລະ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ. ກຳມາທິການການຕ່າງປະເທດສະພາແຫ່ງຊາດໄດ້ເຂົ້າຮ່ວມການກວດກາ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທະເລຫວຽດນາມ, ຮ່າງກົດໝາຍວ່າດ້ວຍການສຶກສາປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຮ່າງກົດໝາຍວ່າດ້ວຍການປ້ອງກັນຕ້ານກໍການຮ້າຍ ແລະ ໃຫ້ຄຳເຫັນໃສ່ບັນດາຮ່າງຂໍ້ຕົກລົງຮ່ວມມືລະຫວ່າງສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ ແລະ ບາງອົງການຂອງສະພາແຫ່ງຊາດກັບບັນດາຄູ່ຮ່ວມມືຕ່າງປະເທດ ຕາມຂໍ້ກຳນົດລັດຖະບັນຍັດເຊິ່ງໄດ້ຮັບການລົງນານ ແລະ ປະຕິບັດຂໍ້ຕົກລົງສາກົນ.