(vovworld) – ຕອນເຊົ້າວັນທີ 31/12, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເຂົ້າຮ່ວມກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດສະຫລຸບວຽກງານປີ 2013 ແລະ ຜັນຂະຫຍາຍແຜນການປີ 2014 ຂອງຂະແໜງກະສິກຳ ຊົນນະບົດ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກກະສິກຳແມ່ນເສົາຄ້ຳ, ພື້ນຖານໃຫ້ແກ່ການພັດທະນາ, ດັ່ງນັ້ນ, ຂະແໜງກະສິກຳ ແລະ ພັດທະນາຊົນນະບົດຄວນສຸມໃສ່ຜັນຂະຫຍາຍແຜນຮ່າງສ້າງໂຄງປະກອບຂະແໜງກະສິກຳໃໝ່ຢ່າງຕັ້ງໜ້າ, ມີປະສິດທິຜົນ ຕາມທິດມູນຄ່າເພີ່ມສູງ ແລະ ພັດທະນາແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢັ້ງຢືນວ່າ:
“ການສ້າງໂຄງປະກອບກະສິກຳຄືນໃໝ່ບໍ່ອາດຕັດແຍກອອກຈາກການກໍ່ສ້າງຊົນນະບົດໃໝ່. ຖ້າບໍ່ມີການກໍ່ສ້າງຊົນນະບົດໃໝ່ໄດ້ແມ່ນບໍ່ອາດສ້າງໂຄງປະກອບກະສິກຳຄືນໃໝ່ສຳເລັດຜົນ, ຍ້ອນວ່າການກໍ່ສ້າງຊົນນະບົດໃໝ່ຈຶ່ງລວມມີພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປົກປັກຮັກສາປະເທດຊາດ, ພັດທະນາວັດທະນະທຳ, ສັງຄົມ. ແລະກົງກັນຂ້າມ, ຖ້າຫາກບໍ່ສ້າງໂຄງປະກອບເສດຖະກິດຄືນໃໝ່ຢ່າງມີປະສິດທິຜົນ ຈະບໍ່ບັນລຸໄດ້ຄວາມຮຽກຮ້ອງຕ້ອງການກໍ່ສ້າງຊົນນະບົດໃໝ່. ນີ້ແມ່ນພາລະກິດຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ, ແມ່ນໜ້າທີ່ການເມືອງອັນດັບໜຶ່ງຂອງປະເທດເຮົາ”
ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ຂະແໜງກະສິກຳ ແລະ ຊົນນະບົດວາງອອກກົນໄກນະໂຍບາຍເພື່ອແນໃສ່ນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າການການຜະລິດກະສິກຳຢ່າງແຂງແຮງ, ສ້າງຕັ້ງ ແລະ ທະວີຄູນບັນດາຮູບແບບຮ່ວມສຳພັນການຮ່ວມມືຫຼາຍຮູບຫຼາຍແບບ, ຈາກຂອດຜະລິດ, ປຸງແຕ່ງຕະຫຼອດຮອດການບໍລິໂພກອຸປະໂພກ, ສົ່ງເສີມວິສາຫະກິດລົງທຶນເຂົ້າໃນເຂດຊົນນະບົດ, ພິເສດແມ່ນອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດທີ່ດຶງດູດຄົນງານເປັນຈຳນວນຫຼວງຫຼາຍ, ສຸມໃສ່ບຳລຸງສ້າງ ສອນວິຊາຊີບໃຫ້ຄົນງານຊົນນະບົດ ແລະ ດຶງດູດບັນດາແຫຼ່ງກຳລັງລົງທຶນພັດທະນາພື້ນຖານໂຄງລ່າງ, ປະກອບສ່ວນຫັນປ່ຽນໂຄງປະກອບເສດຖະກິດ, ຫັນປ່ຽນໂຄງປະກອບແຮງງານຢູ່ເຂດຊົນນະບົດ.