ຂະແໜງຊອບແວຫວຽດນາມເຕີບໂຕແຮງຢູ່ຕ່າງປະເທດ

ຂະແໜງຊອບແວຫວຽດນາມເຕີບໂຕແຮງຢູ່ຕ່າງປະເທດ - ảnh 1
ທ່ານ ​ເຈືອງ​ຢາ​ບິ່ງ, ປະທານ​ສະຫະ​ສະມາຄົມ​ຊອບ​ແວ ​ແລະ ການ​ບໍລິການ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ (​ໄອ​ທີ) ຫວຽດນາມ

(vovworld) - ທ່ານ ​ເຈືອງ​ຢາ​ບິ່ງ, ປະທານ​ສະຫະ​ສະມາຄົມ​ຊອບ​ແວ ​ແລະ ການ​ບໍລິການ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ (​ໄອ​ທີ) ຫວຽດນາມ, ​ໃຫ້​ຮູ້​ວ່າ, ບັນດາ​ວິ​ສາ​ຫະກິດ​ ​ໄອ​ທີ ຫວຽດນາມ ພວມ​ຮອງ​ຮັບ​ຜະລິດ​ຊອບ​ແວ​ຂອງ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ພິ​ເສດ​ແມ່ນ ຍີ່ປຸ່ນ. ປະຈຸ​ບັນ, ຫວຽດນາມ​ພວມ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຍີ່ປຸ່ນ, ອາ​ເມ​ລິ​ກາ, ​ເອີ​ລົບ. ການ​ສົ່ງ​ອອກ​ຊອບ​ແວ​ຂອງ ຫວຽດນາມ​ເຂົ້າ​ບັນດາ​ປະ​ເທດ​ນີ້​ຍັງ​ຄົງ​ຮັກສາ​ລະດັບ​ເຕີບ​ໂຕ 20-30%/ປີ. ທ່ານ ​ເຈືອງ​ຢາ​ບິ່ງ, ​ໃຫ້​ຮູ້​ວ່າ:

        “ບັນດາ​ວິ​ສາ​ຫະກິດ ​ໄອ​ທີ ຫວຽດນາມ​ເໝາະ​ສົມ​ນັບ​ທັງ​ດ້ານ​ເຕັກ​ໂນ​ໂລ​ຢີ ​ແລະ ລາຄາ​ສຳລັບ​ບາງ​ຕະຫຼາດ​ສາກົນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ​, ສິ່ງ​ທີ່​ຫຍຸ້ງຍາກ​ຢູ່​ຕະຫຼາດ​ຕ່າງປະ​ເທດ​ນັ້ນ​ແມ່ນ​ທ່າ​ທີ​ເຮັດ​ວຽກ. ຕ້ອງ​ຮັບປະກັນ​ຄຸນ​ນະພາ​ບ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ເຮັດ​ວຽກ… ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ​ພວກ​ເຮົາ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ​ໃຫ້​ເໝາະ​ສົມກັບ​ຕະຫຼາດ​ສາກົນ“.

ຂ່າວ/ບົດ​ອື່ນ