(vovworld) – ທີ່ກອງປະຊຸມສະຫຼຸບການເຄື່ອນໄວໃນ 9 ເດືອນຕົ້ນປີ 2015 ໃນບັນດາຂົງເຂດວັດທະນະທຳ, ກິລາ, ທ່ອງທ່ຽວ, ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈັດຕັ້ງໃນວັນທີ 02/10, ທ່ານຫົວໜ້າກົມໃຫຍ່ທ່ອງທ່ຽວ ຫງວຽນວັນຕ໋ວນ ໃຫ້ຮູ້ວ່າ: ກົມໃຫຍ່ຈະຜະລິດ clip ໂຄສະນາກ່ຽວກັບການທ່ອງທ່ຽວ ໃນຄື້ນຊ່ອງໂທລະພາບສາກົນ. Clip ດັ່ງກ່າວຍາວ 30 ວິນາທີ ໂດຍກົມໃຫຍ່ການທ່ອງທ່ຽວສົມທົບກັບໂຄງການພັດທະນາກຳລັງຄວາມສະມາດດ້ານການທ່ອງທ່ຽວທີ່ມີຄວາມຮັບຜິດຊອບກັບສິ່ງແວດລ້ອມ ແລະ ສັງຄົມ ໂດຍສະຫະພາບເອີລົບ ອຸປະຖຳປະຕິບັດ. Clip ໂຄສະນານີ້ໄດ້ສ້າງສຳເລັດພໍສົມຄວນແລ້ວ, ຄາດວ່າ ຈະປະກາດໃນອາທິດຈະມາເຖິງ. ແຕ່ວັນທີ 20/10 ຈະມາເຖິງ, ກົມໃຫຍ່ທ່ອງທ່ຽວ ຈະລົງນາມສັນຍາອອກອາກາດ clip ນີ້ເປັນ 300 ຄັ້ງໃນຊ່ອງໂທລະພາບ Channel ຂອງອັງກິດ.