(vovworld) – ວັນທີ 25/12, ຢູ່ສະໜາມບິນ ຟູ໋ກວກ, ແຂວງ ກຽນຢາງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈະຈັດຕັ້ງພິທີຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທີ 10 ລ້ານມາ ຫວຽດນາມ ແລະ ກໍ່ໃນວັນດຽວກັນຈະດຳເນີນພິທີສະຫລຸບ, ອັດປີທ່ອງທ່ຽວແຫ່ງຊາດ 2016 ຟູ໋ກວກ - ເຂດທົ່ງພຽງແມ່ນ້ຳຂອງ. ທີ່ເຫດການ ຕ້ອນຮັບນັກທ່ອງທ່ຽວຜູ້ທີ 10 ລ້ານເປັນຄັ້ງທຳອິດໃນປີ 2016 ເປັນຂີດໝາຍແຫ່ງການພັດທະນາໃຫມ່ຂອງຂະແໜງທ່ອງທ່ຽວ ຫວຽດນາມ ໃນວິວັດແຫ່ງການເຊື່ອມໂຍງເຂົ້າກັບສາກົນ, ມຸ່ງໄປເຖິງກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດ.
ຕາມກົມໃຫຍ່ທ່ອງທ່ຽວ ຫວຽດນາມ ແລ້ວ, ຍອດຈຳນວນລາຍຮັບທີ່ໄດ້ຈາກການທ່ອງທ່ຽວຄາດວ່າບັນລຸ 18 ຕື້ USD. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ໃນປີຜ່ານມາ, ທົ່ວຂະແໜງທ່ອງທ່ຽວໄດ້ມານະພະຍາຍາມຈົນສຸດຄວາມສາມາດພ້ອມກັບບັນດາຫົວໜ່ວຍວິສາຫະກິດ, ບໍລິສັດທ່ອງທ່ຽວ, ບັນດາທ້ອງຖິ່ນ ສົມທົບກັນປະຕິບັດໂຄງການສົ່ງເສີມ, ການໂຄສະນາການທ່ອງທ່ຽວຢູ່ຕະຫຼາດສາກົນຈຸດສຸມຫຼາຍແຫ່ງ. ປີ 2017, ຄາດວ່າຂະແໜງທ່ອງທ່ຽວ ຫວຽດນາມ ຈະຕ້ອນຮັບນັກທ່ອງທ່ຽວ 11,5 ລ້ານເທື່ອຄົນ.