ຂະແໜງທ່ອງທ່ຽວຫວຽດນາມ ແກ້ໄຂສິ່ງທີ່ຍັງ ຄົງຄ້າງເພື່ອ ການພັດທະນາ
ຂະແໜງທ່ອງທ່ຽວຫວຽດນາມ ມີການເຕີບໂຕສູງ
(ພາບ:.vtv.vn)
( vovworld ) – ບັນດາຜົນງານທີ່ບັນລຸໄດ້ ກໍ່ຄືຂໍ້ຕິດຂັດທີ່ຍັງຄົງຄ້າງໃນວຽກງານພັດທະນາການທ່ອງທ່ຽວແຕ່ນີ້ຮອດທ້າຍປີ 2010 ມາຮອດປະຈຸບັນ ໄດ້ຖືກຍົກອອກມາໃນການປະຊຸມທົ່ວປະເທດກ່ຽວກັບການທ່ອງທຽວຜ່ານເຄືອຂ່າຍອິນເຕີແນັດ ໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ ຈັດຂຶ້ນເມື່ອຕອນເຊົ້າວັນທີ 29/8. ຕາມການຕີລາຄາລວມແລ້ວ, ໃນຊຸມປີຜ່ານມາ, ຂະແໜງທ່ອງທ່ຽວຫວຽດນາມ ໄດ້ມີບາດກ້າວພັດທະນາແຮງໃນທຸກດ້ານ. ບັນດາເຫດການທ່ອງທ່ຽວຂະໜາດໃຫ່ຍ, ສຳຄັນຂອງປະເທດຊາດ ແລະ ພາກພື້ນ ໄດ້ຖືກຈັດຕັ້ງຂຶ້ນຢູ່ຫວຽດນາມ, ບັນດາສະຖານທີ່ທ່ອງທ່ຽວພິເສດສະເພາະໄດ້ຮັບການຂູດຄົ້ນ, ບັນດາຜະລິດຕະພັນການທ່ອງທ່ຽວທີ່ມີເອກະລັກສະເພາະວັດທະນະທຳເຂດພາກ ນັບມື້ນັບໄດ້ຮັບການພັດທະນາເພື່ອດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ໃນ 2 ປີທີ່ຜ່ານມາ, ຈຳນວນແຂກທ່ອງທ່ຽວຕ່າງປະເທດມາຫວຽດນາມ ໄດ້ເພີ່ມຂຶ້ນສູງຢ່າງລຽນຕິດ, ພ້ອມກັນນັ້ນ, ການທ່ອງທ່ຽວພາຍໃນປະເທດກໍ່ມີການເຕີບໂຕແຮງ. ໃນນັ້ນ, ນະຄອນໂຮ່ຈິມິນ ຍັງຄົງແມ່ນສູນທ່ອງທ່ຽວໃຫ່ຍກ່ວາໝູ່ໃນທົ່ວປະເທດ. ຕາມບັນດາຜູ້ຊ່ຽວຊານແລ້ວ, ເຖິງວ່າມີການເຕີບໂຕແຮງໃນດ້ານຈຳນວນກໍ່ຕາມ ແຕ່ການພັດທະນານີ້ ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຂອບຂະໜາດ, ເງື່ອນໄຂ, ຜະລິດຕະພັນການທ່ອງທ່ຽວຂອງຫວຽດນາມ ໃນປະຈຸບັນ. ເພື່ອໃຫ້ຂະແໜງທ່ອງທ່ຽວຫວຽດນາມ ມີການພັດທະນາແບບອາຊີບ ແລະ ໝັ້ນຄົງ, ບາງມາດຕະການໄດ້ຮັບການສະເໜີເພື່ອແນໃສ່ສ້າງບາດກ້າວບຸກທະລຸໃນປີ 2012 ແລະ ໃນຊຸມປີຕໍ່ໄປຄື: ຜັນຂະຫຍາຍແຜນການກໍ່ສ້າງລະບົບຫ້ອງນ້ຳສາທາລະນະບັນລຸມາດຖານຮັບໃຊ້ແຂກທ່ອງທ່ຽວ, ປັບປຸງສະພາບແວດລ້ອມແຫ່ງການທ່ອງທ່ຽວ, ຍົກສູງຄຸນນະພາບ ແລະ ຈຳນວນຜູ້ນຳທ່ຽວ….