(ພາບປະກອບ)
(vovworld) – ສະຫຼຸບທີ່ກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ, ໝາກຜົນການປະຕິບັດວຽກງານຫຼຸດຜ່ອນຄວາທທຸກຍາກປີ 2014 ແລະ ທິດທາງ, ໜ້າທີ່ປີ 2015, ເຊິ່ງຫາກໍ່ດຳເນີນຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນິງ ຮຽກຮ້ອງໃນປີ 2015 ບັນດາກະຊວງ, ຂະແໜງການສືບຕໍ່ສຳເລັດກົນໄກ, ນະໂຍບາຍຫຼຸດຜ່ອນຄວາມທຸກຍາກບົນພື້ນຖານທີ່ກວດກາແລ້ວ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຕ້ອງສຸມໃສ່ໃນລະດັບສູງນັບທັງນະໂຍບາຍ ແລະ ແຫຼ່ງກຳລັງສຳລັບເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ເຂດຊົນເຜົ່າສ່ວນນ້ອຍ, ຕາມທິດຫຼາຍຮູບການ, ອີງໃສ່ປະຊາຄົມເພື່ອທັງໜູນຊ່ວຍຄົນທຸກຍາກບື່ນຕົວຂຶ້ນ, ທັງປະກອບສ່ວນພັດທະນາປະຊາຄົມ. ເລື່ອງສ້າງຕັ້ງນະໂຍບາຍສືບຕໍ່ໄດ້ຮັບການປະຕິບັດຕາມທິດໃຫ້ກູ້ຢືມ, ຫຼຸດຜ່ອນການຊ່ວຍເຫຼືອລ້າ; ລະດັບໜູນຊ່ວຍຕາມລະດັບໃຫ້ບຸລິມະສິດ: ຄອບຄົມທຸກຍາກ, ຄອບຄົວຂ້ອນຂ້າງທຸກຍາກ, ຄອບຄົວຫາກໍ່ຫຼຸດພົ້ນອອກຈາກຄວາມທຸກຍາກ… ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຕ້ອງສືບຕໍ່ຄົ້ນຄວ້າມາດຖານທຸກຍາກໃໝ່ ຕາມທິດສຳພັດຫຼາຍຮູບການ; ສືບຕໍ່ປະຕິບັດຄາດໝາຍຫຼຸດຜ່ອນຄວາມທຸກຍາກສະເລ່ຍ 2% ໃນທົ່ວປະເທດ, ລະດັບສະເລ່ຍ 4% ຢູ່ບັນດາເມືອງທຸກຍາກ, ສູ້ສົນໃຫ້ບັນລຸໄດ້ລະດັບສູງກວ່າ.