ຄວນປັບປຸງກົດໝາຍວ່າດ້ວຍສື່ມວນຊົນໃນປະຈຸບັນໂດຍໄວ
ກອງປະຊຸມທາບທາມຄວາມເຫັນຂອງນັກຊ່ຽວຊານ ກ່ຽວກັບ
ຮ່າງກົດໝາຍວ່າດ້ວຍສື່ມວນຊົນ
(ພາບ: vietnamnet.vn)
(vovworld)- ກອງປະຊຸມທາບທາມຄວາມເຫັນຂອງນັກຊ່ຽວຊານ ກ່ຽວກັບຮ່າງກົດໝາຍວ່າດ້ວຍສື່ມວນຊົນ ໂດຍກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຈັດຕັ້ງໃນຕອນເຊົ້າວັນທີ 16/7 ຢູ່ນະຄອນໂຮ່ຈິມິນ. ຜູ້ແທນທີ່ກອງປະຊຸມສ່ວນຫຼາຍໄດ້ຍົກອອກຄຳເຫັນວ່າ: ຄວນປັບປຸງກົດໝາຍວ່າດ້ວຍສື່ມວນຊົນໃນປະຈຸບັນໂດຍໄວ. ສາດສະດາຈານ ດ່າວຈ້ອງທີ, ຫົວໜ້າກຳມາທິການ ວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ, ປະກອບຄວາມເຫັນວ່າ:
“ເລື່ອງປັບປຸງກົດໝາຍວ່າດ້ວຍສື່ມວນຊົນແມ່ນຮີບດ່ວນ ເພາະວ່າພວກເຮົາຕ້ອງຄຸ້ມຄອງອົງການສື່ມວນຊົນດ້ວຍກົດໝາຍເກົ່າຄືປະຈຸບັນມັນບໍ່ເໝາະສົມກັບເນື້ອໃນຈິດໃຈຂອງລັດຖະທຳມະນູນ ກ່ຽວກັບສິດເສລີສື່ມວນຊົນ. ກົດໝາຍໃນປະຈຸບັນມີບາງບັນຫາບໍ່ທັນຈະແຈ້ງ ແລະ ເມື່ອໝູນໃຊ້ໃນພຶດຕິກຳຕົວຈິງການເຄື່ອນໄຫວບໍ່ທັນດັດປັບບັນດາການພົວພັນໄດ້.”