(vovworld) - ວັນທີ 20/11, ທ່ານ To Huy Rua, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ເປັນປະທານກອງປະຊຸມກັບອົງຄະນະພັກບັນດາອົງການສູນກາງ ແລະ ອົງຄະນະພັກບັນດາລັດວິສາຫະກິດ ກ່ຽວກັບການປະຕິບັດຄຳສັ່ງເລກທີ 3 ຂອງກົມການເມືອງ ກ່ຽວກັບການສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ. ທ່ານ To Huy Rua, ຫົວໜ້າຄະນະຈັດຕັ້ງສູນກາງ ສະເໜີວ່າ, ໃນໄລຍະຈະມາເຖິງ, ອົງຄະນະພັກທຸກຂັ້ນສຸມໃສ່ການຊີ້ນຳ, ນຳການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ ເຂົ້າໃນການດຳເນີນຊີວິດເປັນປະຈຳຂອງບັນດາໜ່ວຍພັກ, ອົງຄະນະພັກ, ຕິດພັນກັບການປະຕິບັດມະຕິສູນກາງຄັ້ງທີ 4 “ບາງບັນຫາອັນຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ”, ສືບຕໍ່ປັບປຸງ ແລະ ປະຕິບັດບັນດາມາດຖານຄຸນສົມບັດຕາມແບບຢ່າງຂອງປະທານໂຮ່ຈິມິນ ໃຫ້ເໝາະສົມກັບການເຄື່ອນໄຫວຂອງແຕ່ລະອົງຄະນະພັກ, ໜ່ວຍພັກ. ທ່ານ To Huy Rua ຊີ້ແຈ້ງວ່າ.
“ວຽກງານນີ້ຄິດວ່າງ່າຍ ແຕ່ພັດຍາກຫຼາຍ. ເຖິງວ່າຈະຍາກແຕ່ພວກເຮົາກໍຕ້ອງປະຕິບັດ, ດ້ວຍຈິດໃຈທັງມີລັກສະນະລວມ, ທັງມີລັກສະນະສະເພາະ ສຳລັບແຕ່ລະຫົວໜ່ວຍ, ທ່ອງຖິ່ນ, ຂະແໜງການ ແລະ ແຕ່ລະສ່ວນບຸກຄົນ. ເຫັນວ່າ ອັນໃດຍັງອ່ອນທ່ີສຸດ, ຕ້ອງຮໍ່າຮຽນຕາມແບບຢ່າງປະທານໂຮ່ຈິມິນ ແມ່ນຕ້ອງປະຕິບັດໃນທັນທີ່, ຕາມລັກສະນະສະເພາະນັ້ນ ເພື່ອສ້າງມາດຖານໂດຍກົງໃຫ້ແກ່ຕົນ”.