ຄະນະປະຈຳສະພາແຫ່ງຊາດ ປຶກສາ ຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການໄກເກ່ຍຢູ່ຂັ້ນຮາກຖານ

ຄະນະປະຈຳສະພາແຫ່ງຊາດ ປຶກສາ ຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການໄກເກ່ຍຢູ່ຂັ້ນຮາກຖານ - ảnh 1
( ພາບປະກອບ )

(vovworld) -     ​ໂດຍສືບ​ຕໍ່​ການ​​ເຮັດ​ວຽກຂອງ​ກອງ​ປະຊຸມ​ຄັ້ງ​ທີ 10, ຕອນ​ເຊົ້າ​ວັນ​ທີ 16/8, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ໄກ່​ເກ່ຍຢູ່​ຂັ້ນ​ຮາກ​ຖານລວມມີ 5 ພາກ, 30 ຂໍ້ມາດຕາ, ​ໃນ​ນັ້ນ​ກຳນົດ​ກ່ຽວ​ກັບ​ຜູ້​​ໄກ່​ເກ່ຍ ​ແລະ ກຸ່ມ​ຜູ້​ໄກ່​ເກ່ຍ; ການ​ເຄື່ອນ​ໄຫວ​ໄກ່​ເກ່ຍຢູ່​ຂັ້ນ​ຮາກ​ຖານ ​ແລະ ໜ້າ​ທີ່​ຂອງ​ບັນດາ​ອົງການ, ສຳນັກງານ​ໃນ​ການ​ເຄື່ອນ​ໄຫວ​ໄກ່​ເກ່ຍຢູ່​ຂັ້ນ​ຮາກ​ຖານ. ປຶກສາ​ຫາລື​ທີ່​ກອງ​ປະຊຸມ, ມີ​ບາງ​ຄຳ​ເຫັນ​ຍັງ​​ເປັນ​ຫ່ວງ​ຕໍ່​ຄວາມ​ຈຳເປັນ​ຍົກລະດັບ​ລັດຖະບັນຍັດ​ໄກ່​ເກ່ຍ​ກາຍ​ເປັນ ກົດໝາຍ​ວ່າ​ດ້ວຍ​ການ​ໄກ​ເກ່ຍຢູ່​ຂັ້ນ​ຮາກ​ຖານ. ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ Nguyen Hanh Phuc ​ໄດ້​ຖື​ວ່າ: ​ຄວາມ​​ຈິງ​​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ ກົນ​ໄກ​ໄກ່​ເກ່ຍ​ໃນ​ປະຈຸ​ບັນ​ພວມ​ເສີມ​ຂະຫຍາຍ​ຜົນ​ປະ​ໂຫຍ​ດ ​ແລະ ພວມ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດຂອງ​ມັນ. ຍິ່ງ​ກວ່າ​ນັ້ນ, ​ການໄກ່​ເກ່ຍຢູ່​ຂັ້ນ​ຮາກ​ຖານ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ອອ່ນ​ໂຍນ, ສະ​ແດງ​​ໃຫ້​ເຫັນຄວາມ​ສະໝັກ​ໃຈ, ຕື່ນ​ຕົວ ​ແລະ ອິດ​ທິພົນ​ຂອງ​ຜູ້​ທີ່​​ເຂົ້າ​ຮ່ວມ​ການ​ໄກ່​ເກ່ຍ. ​ເພາະສະ​ນັ້ນ, ຕາມ​ທ່ານ Nguyen Hanh Phuc ​ແລ້ວ, ບໍ່ຄວນ​ຫັນ​ການ​ເຄື່ອນ​ໄຫວ​ນີ້ເປັນ​ກົດໝາຍ ​ແລະ ລະບຽບ​ການ​ບໍລິຫານ.

        “​ເມື່ອ​ຂັ້ນຮາກ​ຖານ​ເກີດ​​ເຫດ​ການ ​ແມ່ນຕ້ອງ​ການ​ມີຜູ​້ມີ​ທີ່ອິດ​ທິພົນ​ຜູ້​ໜຶ່ງ ມາ​ຂົນຂວາຍ, ອະທິ​ບາຍ ​ແລະ ​ແກ້​ໄຂ​ເທົ່າ​ນັ້ນ. ມີ​ບາງ​ເຫດການ​ບໍ່​ທັງ​ຕ້ອງການ​ມີກຸ່ມ​ຜູ້​ໄກ່​ເກ່ຍນີ້ ​ໂດຍ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ສະມາຊິກ​ມາ​ອະທິບາຍ​. ມັນສະ​ແດງ​​ໃຫ້​ເຫັນຄວາມ​ອ່ອນ​ໂຍນ​ຢູ່​ບ່ອນ​ນັ້ນ. ​ໃນ​ກົດໝາຍ​ຍັງ​ມີ​ຂໍ້​ກຳນົດ​ໜ້າ​ທີ່​ຮັບຜິດ​ຊອບ​ຂອງ​ບັນດາ​ອົງການ​ໃນ​ການ​ກວດກາ, ​ແກ້​ໄຂ​ການລະ​ເມີດ​ກົດໝາຍ​ກ່ຽວ​ກັບ​ການ​ໄກ່​ເກ່ຍ. ​ເພາະສະ​ນັ້ນ, ຂ້າພະ​ເຈົ້າ​ຄິດ​ວ່າ ບໍ່​ມີ​ບັນຫາ​ຫຍັງ​ທີ່​ຕ້ອງການ​ຍົກ​ລະດັບ​ລັດຖະບັນຍັດເປັນ​ກົດໝາຍ”.

ຂ່າວ/ບົດ​ອື່ນ