ທ່ານລັດຖະມົນຕີ Dinh La Thang ກັບ
ທ່ານລັດຖະມົນຕີ Klaus Dieter Scheurle
( ພາບ: vietnamplus.vn )
(vovworld) - ຄະນະຜູ້ແທນຂັ້ນສູງກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ໂດຍທ່ານລັດຖະມົນຕີ Dinh La Thang ເປັນຫົວໜ້າຄະນະ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດສະຫະພັນເຢຍລະມັນໃນລະຫວ່າງວັນທີ 13 – 17/8. ທີ່ການເຮັດວຽກກັບທ່ານ Klaus Dieter Scheurle, ລັດຖະມົນຕີກະຊວງຄົມມະນາຄົມ, ກໍ່ສ້າງ ແລະ ພັດທະນະຕົວເມືອງສະຫະພັນເຢຍລະມັນ, ທ່ານລັດຖະມົນຕີ Dinh La Thang ໄດ້ຍົກອອກບັນດາຂໍສະເໜີເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດຄົມມະນາຄົມຂົນສົ່ງ, ສະເໜີຈັດການເຈລະຈາປັບປຸງອານຸສັນຍາກ່ຽວກັບການບິນໂດຍໄວ ເພື່ອສ້າງເງື່ອນໄຂສະດວກເປີດສາຍການບິງໂດຍກົງລະຫວ່າງຮ່າໂນ້ຍ - ແບກຫຼີ້ນ. ພ້ອມກັນນັ້ນກໍຢືນຢັນວ່າ ກະຊວງຄົມມະນາຄົມຂົນສົ່ງ ຈະໜູນຊ່ວຍ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຊອກຫາກາລະໂອກາດ ແລະ ຊຸກຍູ້ບັນດາໂຄງການລົງທຶນເຂົ້າຫວຽດນາມ. ສ່ວນຝ່າຍເຢຍລະມັນ, ທ່ານລັດຖະມົນຕີ Scheurle ໃຫ້ຮູ້ວ່າ ເຢຍລະມັນເອົາໃຈໃສ່ທີ່ສຸດເຖິງບັນດາແຜນການກໍ່ສ້າງພື້ນຖານໂຄງລ່າງຂອງຫວຽດນາມ ເພື່ອສາມາດກາຍເປັນປະເທດອຸດສາຫະກຳໃນປີ 2020 ແລະ ກ່ຽມພ້ອມຈະແລກປ່ຽນບົດຮຽນ ແລະ ຊ່ວຍເຫຼືອຫວຽດນາມ ໃນບັນດາໂຄງການດັ່ງກ່າວ ແລະ ສົ່ງເສີມບັນດານັກລົງທຶນພາກເອກະຊົນລົງທຶນເຂົ້າຫວຽດນາມ.