(vovworld) - ໂດຍໄດ້ຮັບຄຳເຊີນຂອງຄະນະກຳມະການສູນກາງແນວລາວ ສ້າງຊາດ, ຄະນະຜູ້ແທນຄະນະສາສະໜາລັດຖະບານຫວຽດນາມ ໂດຍທ່ານດຣ ຫງວຽນແທງຊວນ, ຮອງຫົວໜ້າຄະນະປະຈຳເປັນຫົວນ້າຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 25/11 – 1/12. ຕອນບ່າຍວັນທີ 25/11, ຢູ່ວຽງຈັນ, ຄະນະຜູ້ແທນໄດ້ມີການເຈລະຈາກັບຄະນະຜູ້ແທນຄະນະກຳມະການສູນກາງແນວລາວ ສ້າງຊາດ ໂດຍທ່ານຮອງປະທານ ສູນກາງແນວລາວສ້າງຊາດ ແກ່ນຕາ ກອງບຸນມີ ນຳໜ້າ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການສາສະໜາຂອງແຕ່ລະປະເທດ; ສຳຫຼວດກວດຄືນໝາກຜົນແຫ່ງການຮ່ວມມືແຕ່ປີ 2007 ມາຮອດປະຈຸບັນ. ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ຊຸກຍູ້ການຮ່ວມມືດ້ານການສຶກສາ, ແລກປ່ຽນບົດຮຽນ, ປັງປຸງຮ່າງຂໍ້ຕົກລົງຮ່ວມມືໃຫ້ສຳເລັດເພື່ອຍືນສະເໜີຕໍ່ລັດຖະບານສອງປະເທດ… ເປັນເຈົ້າການສົມທັບກັນຍົກສູງຄຸນນະພາບວຽກງານສະຫຼຸບການຄົ້ນຄວ້າ, ຕີລາຄາສະພາບສາສະໜາ, ຄາດຄະເນທ່າອ່ຽງສາສະໜາ ຈາກນັ້ນເປັນເສນາທິການເພື່ອສະເໜີຕໍ່ພັກ, ລັດ ສອງປະເທດ ວາງແຜນນະໂຍບາຍ, ແນວທາງໃຫ້ແທດເໝາະກັບສະພາບການໃໝ່, ປະກອບສ່ວນຕອບສະໜອງປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2012.