ຄະນະພະນັກງານຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ສປປລາວ

ຄະນະພະນັກງານຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ສປປລາວ  - ảnh 1
ທ່ານ ດຣ ​ໄຊ​ສົມ​ພອນ   ພົ​ມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ຕ້ອນຮັບທ່ານຫງວຽນ​ແມ໋​ງຕຽນ ຮອງ​ຫົວຫນ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ
ພາບ:internet

(vovworld) - ຄະນະ​ພະນັກງານ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ແມ໋​ງຕຽນ ຮອງ​ຫົວຫນ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ນຳ​ຫນ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ ​ແຕ່​ວັນ​ທີ​ 11 - 13/6. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຄະນະ​ພະນັກງານ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ ​ທ່ານ ດຣ ​ໄຊ​ສົມ​ພອນ   ພົ​ມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ແລະ ເຮັດ​ວຽກ​ກັບ​ກະຊວງ​ການ​ຕ່າງປະ​ເທດ ລາວ ກໍ​ຄື ບາງ​ທ້ອງ​ຖິ່ນຂອງ​ລາວ ເພື່ອ​ກະກຽມ​ເນື້ອ​ໃນ​ແຜນການ​ໃຫ້​ແກ່​ການ​ຢ້ຽມຢາມ ສປປ ລາວ ຂອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊີງ​ຮູ່ງ  ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ທ່ານ​ນາງ ປານີ ຢາ​ທໍ່​ຕູ້.

Quoc Khanh ນັກ​ຂ່າວ VOV ປະຈຳ​ ສປປລາວ

ຂ່າວ/ບົດ​ອື່ນ