ຄະນະສະມາຄົມນັກປະພັນຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

ຄະນະສະມາຄົມນັກປະພັນຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ລາວ - ảnh 1
ນັກປະພັນ Bui Binh Thi ມອບປື້ມໃຫ້ທ່າ​ນນາງ ຜິວ​ລາ​ວັນ
(ພາບ: vietnam.vnanet.vn)

(vovworld) - ​​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ລາວ ​ໃນ​ລະຫວ່າງ​ວັນ​ທີ 25 – 27/12, ວັນ​ທີ 26/12, ຄະນະຜູ້​ແທນ​ສະມາຄົມ​ນັກ​ປະພັນ​ຫວຽ​ດນາມ​ ​ໂດຍ​ນັກ​ກະວີ ຮື​ວຖິງ (Huu Thinh), ປະທານ​ສະມາຄົມ​ນຳ​ໜ້າ​ໄດ້ ມີ​ການ​ເຮັດ​ວຽກ ກັບ​ຄະນະ​ຜູ້​ແທນ​ສະມາຄົມ​ນັກ​ປະພັນ​ລາວ ​ໂດຍ​ທ່າ​ນນາງ ຜິວ​ລາ​ວັນ, ປະທານ​ສະມາຄົມ​ນຳ​ໜ້າ. ນະ​ທີ່​ນີ້, 2 ຝ່າຍ​​ໄດ້​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ປີ 2012 ​ແລະ ປຶກສາ​ຫາລື​ທິດ​ທາງ​ການ​ຮ່ວມ​ມື​ໃນ​ປີ 2013. ​ເຊິ່ງຕາມ​ນັ້ນ​ແລ້ວ, ປີ 2013, 2 ຝ່າຍ​ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ຮອບດ້ານ, ສູ້​ຊົນ​ຮຽບຮຽງ​ເລື່ອງ​ສັ້ນ​ ​ແລະ ບົດ​ບັນທຶກ​ກ່ຽວ​ກັບປະ​ເທດ​ລາວ, ​ເຊື້ອ​ເຊີນ​ຄະນະ​ນັກ​ປະພັນ​ລາວ ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທິດ​ສະ​ດີ​ວິຈານ​ຂອງ​ຫວຽດນາມ, ​ເຊື້ອ​ເຊີນນັກ​ປະພັນ​ລາວ​ເຂົ້າ​ຮ່ວມ ຄ້າຍ​ແຕ່ງ​ບົດປະພັນ ​ໂດຍ​ສະມາຄົມ​ນັກ​ປະພັນ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ. ສະມາຄົມທັງ 2 ​ກໍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ນັກ​ປະພັນ​ລົງ​ພາກ​ປະຕິບັດ​ຕົວ​ຈິ​ງ​ເພື່ອ​ແຕ່ງ​ບົດ, ​ໂດຍ​ສະ​ເພາະ​ແມ່ນ​ນັກ​ປະພັນ​ຫວຽດນາມ ​ຈະ​ມີ​ໂອກາດກັບ​ຄືນ​ສະໜາມຮົບ​ເກົ່າ​ຢູ່ລາວ​ຄື: ຫົວພັນ, ຊຽງ​ຂວາງ, ທົ່ງ​ໄຫ​ຫິນ, ຫຼວງ​ນ້ຳ​ທາ ຫຼື ອັດຕາ​ປື​ ​ເພື່ອ​ມີ​ເອກະສານ​ອັນ​ລ້ຳ​ຄ່າ​.  ​ຄຽງ​ຄູ່​ກັນ​ນັ້ນ, ສະມາຄົມນັກ​ປະພັນ 2 ປະ​ເທດ ກໍ​ໄດ້​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ຂຽນ ​ແລະ ​ແປບັນດາ​ຫົວ​ຂໍ້​ທີ່​ກ່ຽວຂ້ອງ​ເຖິງ​ການ​ພົວພັນ​ແບບ​ພິ​ເສດລະຫວ່າ​ງ 2 ປະ​ເທດ ​ແລະ ກົນ​ໄກ​ເຮັດ​ວຽກ ​ແລະ ຄຸ້ມ​ຄອງ​ຂອງ​ສະມາຄົມ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກ່ວາ, ​ປະກອບສ່ວນ​​ເພີ່ມ​ພູນຄູນ​ສ້າງສາ​ຍພົວພັນ​ແບບ​ພິ​ເສດ​ຫວຽດນາ​ມ - ລາວ ​ໃຫ້ນັບ​ມື້​ນັບ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ