ຄະນະສະມາຊິກສະພາແຫ່ງຊາດແຂວງທ໋າຍບີ່ງແລະນິງທ້ວນພົບປະກັບຜູ້ມີສິດເລືອກຕັ້ງ
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຮືງຮ່າ
(ພາບ: VGP/Nguyên Linh)
(vovworld) – ວັນທີ 11/12, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດ (ສສຊ) ແຂວງ ທ໋າຍບີ່ງ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຮືງຮ່າ ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 13 ແລະ ຮັບຟັງຄຳເຫັນປະກອບ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງທ້ອງຖີ່ນ. ໂດຍຕາງໜ້າໃຫ້ຄະນະ ສສຊ ແຂວງ ທ໋າຍບີ່ງ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ອະພິປາຍກ່ຽວກັບເລື່ອງຮັບເອົາບັນດາຄຳເຫັນປະກອບຂອງຜູ້ມີສິດເລືອກຕັ້ງທີ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 13, ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍ່ສືບຕໍ່ຮັບຮູ້ບັນດາຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ແລະ ໃຫ້ຮູ້ວ່າຈະລວບລວມເພື່ອລາຍງານຕໍ່ສະພາແຫ່ງຊາດ ແລະ ບັນດາຫົວໜ່ວຍກ່ຽວຂ້ອງມີສິດອຳນາດເພື່ອພິຈາລະນາ, ແກ້ໄຂ.
ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 13 ອັດລົງ, ຄະນະ ສສຊ ແຂວງ ບີ່ງທ້ວນ ຈັດຕັ້ງບັນດາການພົບປະກັບຜູ້ມີສິດເລືອກຕັ້ງທ້ອງຖີ່ນຕ່າງໆໃນແຂວງແຕ່ວັນທີ 1/12 ຮອດປະຈຸບັນ. ບັນດາຜູ້ມີສິດເລືອກຕັ້ງຕີລາຄາສູງວຽກງານຕິດຕາມກວດກາ, ສ້າງກົດໝາຍຂອງສະພາແຫ່ງຊາດ, ການຊັກຖາມ, ຕອບຄຳຊັກຖາມຂອງ ສສຊ ສຳລັບລັດຖະມົນຕີວ່າການບາງທ່ານ ແລະ ບັນຫາສຳຄັນຈຳນວນໜຶ່ງຂອງປະເທດຊາດເຊິ່ງສະພາແຫ່ງຊາດໄດ້ເອົາໃຈໃສ່ປຶກສາຫາລື, ຕີລາຄາ. ຜູ້ມີສິດເລືອກຕັ້ງສ່ວນຫຼາຍຖືວ່າ: ເລື່ອງສະພາແຫ່ງຊາດລົງຄະແນນສຽງໄວ້ວາງໃຈບັນດາຕຳແໜ່ງຫຼັກແຫຼ່ງແມ່ນຖືກຕ້ອງ, ເໝາະສົມກັບຈິດໃຈຂອງປະຊາຊົນ, ຕີລາຄາກຳລັງຄວາມສາມາດຂອງ ສສຊ ຢ່າງຖືກຕ້ອງ, ຜູ້ມີສິດເລືອກຕັ້ງເຫັນໄດ້ຄວາມສາມາດບົ່ມຊ້ອນ, ຄວາມຮັບຜິດຊອບຂອງ ສສຊ. ຄະນະ ສສຊ ແຂວງ ບີ່ງທ້ວນ ຮັບຮູ້ບັນດາຄຳເຫັນ ແລະ ອະພິປາຍບາງບັນຫາເຊິ່ງຜູ້ມີສິດເລືອກຕັ້ງສົນໃຈເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມຈະມາເຖິງ.