ພາບປະກອບ
(vovworld) - ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ຄາດໝາຍທີ່ວາງອອກໃຫ້ແກ່ການສົ່ງອອກສິນຄ້າທັງປີ 2014 ຄາດວ່າບັນລຸປະມານ 147 ຕື້ USD, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2013. ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຂໍ້ສັງເກດວ່າ ປີ 2014 ມີຄວາມສະດວກແລະກາລະໂອກາດຫຼາຍຢ່າງໃຫ້ແກ່ການສົ່ງອອກ, ເມື່ອເສດຖະກິດມະຫາພາກມີການຫັນປ່ຽນຢ່າງຕັ້ງໜ້າ, ໄພເງິນເຟີ້ ໄດ້ຮັບການຄວບຄຸມ, ນະໂຍບາຍເງິນຕາ, ເງິນຕາຈາກຕ່າງປະເທດຝາກມາເປັນປົກກະຕິ. ນອກນັ້ນ, ປີ 2014, ບັນດາສັນຍາການຄ້າເສລີ (FTA) ທີ່ພວມໄດ້ຮັບການເຈລະຈາ ແລະ ລົງນາມນັ້ນ ຈະປະກອບສ່ວນເປີດກວ້າງຕະຫຼາດ ແລະ ຍູ້ແຮງການສົ່ງອອກສິນຄ້າຂອງຫວຽດນາມ, ໃນນັ້ນ, ໜ້າສົນໃຈນັ້ນແມ່ນສັນຍາຄູ່ຮ່ວມມືເສດຖະກິດຍຸດທະສາດເຂດປາຊີຝິກ (TPP).