(ພາບປະກອບ)
(vovworld)- ວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຕອນເຊົ້າວັນທີ 13/6 ໄດ້ດຶງດູດຄວາມສົນໃຈຜູ້ມີສິດເລືອກຕັ້ງເປັນຈຳນວນຫລວງຫລາຍ. ທ່ານ ຫງວຽນວັນຈູງ ຢູ່ ຕາແສງ ເຟືອກລອງ ນະຄອນຍາຈາງ ແຂວງ ແຄງຮ່ວາ ໃຫ້ຮູ້ວ່າ: ທ່ານມີຄວາມພຶງພໍໃຈຕໍ່ການຕອບຄຳຊັກຖາມຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່ຽວກັບບັນດາມາດຕະການເພື່ອຍົກສູງກຳລັງແກ້ງແຍ້ງຂອງບັນດາປະເພດສິນຄ້າຜະລິດພາຍໃນປະເທດໃນວິວັດການເຊື່ອມໂຍງເຂົ້າກັບສາກົນ. ສ່ວນທ່ານ ດັ້ງກີມເຊີນ, ຜູ້ຊ່ຽວຊານເສດຖະກິດກະສິກຳ ຖືວ່າ:
“ບັນດາຄຳຖາມຂອງ ສະມາຊິກສະພາແຫ່ງຊາດ ແລະ ການຕອບຄຳຊັກຖາມຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນກົງໄປກົງມາ. ແຕ່ຕາມຂ້າພະເຈົ້າແລ້ວ ລັດຖະບານຄວນວາງອອກບັນດາໂຄງການ, ມາດຕະການມີລັກສະນະຍຸກທະສາດ ຍາວນານ ເພື່ອແກ້ໄຂບັນດາບັນຫາຄື: ການຈຳຫນ່າຍຜະລິດຕະພັນກະເສດເປັນປົກກະຕິ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດເຊື່ອມໂຍງເຂົ້າກັບເສດຖະກິດໂລກ ແລະ ດຶງດູດການເຂົ້າຮ່ວມຂອງວິສາຫະກິດໃນຂົງເຂດກະສິກຳຫລາຍກວ່າ.”