ງານຊຸມນຸມສະເຫລີມສະຫລອງວັນມະຫາສະມຸດໂລກ
ປະຊາຊົນນະຄອນດາຫນັງຕອບສະຫນອງວັນມະຫາສະມຸດໂລກ
ພາບ:baomoi.com
|
(vovworld)- ສັບປະດາທະເລ ແລະ ໝູ່ເກາະຫວຽດນາມ ປີ 2015 ດຳເນີນໄປແຕ່ວັນທີ 1-8/6 ດ້ວຍການເຄື່ອນໄຫວຫລາຍຢ່າງ. ທ່ານເລໝີລຽນ, ຫົວຫນ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນວັນນະກ່ຽວກັບທີ່ຕັ້ງ, ຍຸດທະສາດຂອງທະເລໝູ່ເກາະຫວຽດນາມ, ປົກປັກຮັກສາຊັບພະຍາກອນ, ສິ່ງແວດລ້ອມທະເລ, ໝູ່ເກາະ. ຄາດວ່າ ງານຊຸມນຸມດັ່ງກ່າວຈະມີ 1.5000 ຄົນເຂົ້າຮ່ວມ. ທ່ານ ເລໝີລຽນ ໃຫ້ຮູ້ວ່າ:
“ມາຮອດຈຸດເວລານີ້ ວຽກງານກະກຽມໃຫ້ແກ່ສັບປະດາທະເລໝູ່ເກາະຫວຽດນາມ ປີ 2015 ແມ່ນສຳເລັດແລ້ວ ເພື່ອໃຫ້ງານຊຸມນຸມໄດ້ຮັບຜົນສຳເລັດຢ່າງຈົບງາມ. ປະຈຸບັນ ບັນດາອົງການ, ຫົວຫນ່ວຍກ່ຽວຂ້ອງໄດ້ກວດກາແຜນການຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ.”