ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ 2014: ສຸມໃສ່ກະຕຸກຄວາມຕ້ອງການດ້ານການທ່ອງທ່ຽວ
(ພາບປະກອບ)
(vovworld) - ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ (VITM) 2014 ຖືກໄຂຂຶ້ນໃນວັນທີ 03/04, ຢູ່ຮ່າໂນ້ຍ, ເຊິ່ງແມ່ນເຫດການສົ່ງເສີມການທ່ອງທ່ຽວທີ່ພົ້ນເດັ່ນໃນປີ 2014. ຈຸດແຕກຕ່າງໃຫຍ່ກວ່າໝູ່ຂອງງານຕະຫຼາດນັດ VITM 2014 ແມ່ນສຸມໃສ່ຕົ້ນຕໍ່ເຂົ້າໃນການກະຕຸກຊຸກຍູ້ຄວາມຕ້ອງການດ້ານການທ່ອງທ່ຽວ ແລະ ພັດທະນາການທ່ອງທ່ຽວຢ່າງມີຄວາມຮັບຜິດຊອບ. ວິສາຫະກິດທຸກໆແຫ່ງທີ່ເຂົ້າຮ່ວມງານຕະຫຼາດນັດ ລ້ວນແຕ່ນຳຜະລິດຕະພັນສົ່ງເສີມ. ປີ 2014 ນີ້, ມີບັນດາລາຍການ, ຜະລິດຕະພັນສົ່ງເສີມ ໄດ້ຍົກອອກມາ ດ້ວຍລາຄາທີ່ເໝາະສົມ. ທ່ານ ຫງວຽນກົງຮວານ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ Hanoi Redtours ໃຫ້ຮູ້ວ່າ.
“ໃນໂອກາດນີ້, ສຳພັນທະມິດກະຕຸກຄວາມຕ້ອງການໄດ້ຜັນຂະຫຍາຍດ້ວຍຈຳນວນເກືອບ 8000 ການບໍລິການ. ແຕ່ກອນມາຮອດປະຈຸບັນ, ຖ້າຫາກງານຕະຫຼາດນັດມີພຽງລັກສະນະແນະນຳນັ້ນ, ໃນງານຕະຫຼາດນັດຄັ້ງນີ້, ນອກຈາກການໂຄສະນາເຄື່ອງໝາຍການຄ້າຮູບພາບຂອງບັນດາບໍລິສັດ, ງານຕະຫຼາດນັດຍັງແມ່ນໂອກາດເພື່ອໃຫ້ບັນດາຜູ້ສະໜອງການບໍລິການໄດ້ພົບປະແລກປ່ຽນ, ລົງນາມສັນຍາທ່ອງທ່ຽວ, ມວນຊົນກໍ່ສາມາດຊື້ບັນດາ ລາຍການ ທ່ອງທ່ຽວດ້ວຍລາຄາຖືກ ແລະ ຮັບປະກັນຄຸນະພາບ”.