(vovworld)- ວັນທີ 12/11, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ການນຳແຂວງເບ໋ນແຈ ໄດ້ເຂົ້າຮ່ວມງາມບຸນມະຫາສາມັກຄີທົ່ວປວງຊົນ ຢູ່ເຂດຊຸມຊົນ ບ້ານເທີຍຮ່ວາ, ຕາແສງເຈົາຮ່ວາ, ເມືອງຢົ່ງໂຈມ. ຂະບວນການ “ທົ່ວປວງຊົນສາມັກຄີ ສ້າງຊີວິດການເປັນຢູ່ວັດທະນະທຳ ຢູ່ເຂດຊຸມຊົນ” ຢູ່ຕາແສງເຈົາ ຮ່ວາ, ເມືອງຢົ່ງໂຈມ ໃນຊຸມປີຜ່ານມາໄດ້ຮັບໝາກຜົນເປັນຢ່າງດີ. ຜ່ານບັນດາການເຄື່ອນໄຫວ ສ້າງຄອບຄົວວັດທະນະທຳ, ວຽກດີຄົນເດັນ, ຮັກສາເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ຂະບວນການໄດ້ປະກອບສ່ວນ ສ້າງສະພາບແວດລ້ອມວັດທະນະທຳຂອງບ້ານໃຫ້ມີຄວາມປອດໄສ, ຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.