ງານບຸນຫວຽດນາມປີ 2012 ຢູ່ຍີ່ປຸ່ນ ປະສົບຜົນສຳເລັດຢ່າງຈົບງາມ

ງານບຸນຫວຽດນາມປີ 2012 ຢູ່ຍີ່ປຸ່ນ ປະສົບຜົນສຳເລັດຢ່າງຈົບງາມ - ảnh 1

ຕັດ​ແຖບ​ພ້າ​ໄຂ​ງານ​ບຸນ​ຫວຽດນາມ ປີ 2012 ຢູ່​ຍີ່ປຸ່ນ

(ພາບ:vov.vn)

(vovworld)- ​ງານ​ບຸນ​ຫວຽດນາມ ​ປີ 2012 ຢູ່​ຍີ່ປຸ່ນ ຊື່​ງ​ຈັດ​ຂຶ້ນ​ໃນ 2 ວັນ​ຜ່ານ​ມາ ​ແລະ ​ໄດ້​ອັດ​ລົງ​ເມື່ອ​ວັນ​ທີ 16/9 ດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ​ເພື່ອນ​ມິດ​ຍີ່ປຸ່ນ ​ແລະ ສາກົນ​ພ້ອມ​ດ້ວຍ​ຊາວ​ຫວຽດນາມ ຜູ້​ທີ່​ພວມ​ຮ່ຳຮຽນ​, ​ເຮັດ​ວຽກ ​ແລະ ດຳລົງ​ຊີວິດຢູ່​ຍີ່ປຸ່ນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຮັບ​ຊົມ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ມີ​ລັກສະນະ​ພິ​ເສດສະ​ເພາະ ​ແລະ ຮັບ​ປະທານບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ຂອງ​ຫວຽດນາມ. ງານ​ບຸນ​ຫວຽດນາມ ​ປີ 2012 ມີ 180.000 ​ເທື່ອ​ຄົນ​ເຂົ້າຮ່ວມ. ນັກ​ຮ້ອງ Shinon ຜູ້​ໄດ້​ເຂົ້າຮ່ວມງານ​ບຸນ​ຫວຽດນາມ ນັບ​ແຕ່​​ປີ 2008 ຊື່​ງ​ແມ່ນ​ປີ​ເລີ່​ມຈັດງານ​ບຸນ​ຫວຽດນາມ ​ຢູ່​ຍີ່ປຸ່ນ ຖື​ວ່າ:

   “ປີ 2013 ​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ພວກ​ຂ້າພະ​ເຈົ້າປາດ​ຖະໜາ​ວ່າ​ບັນດາ​ເພື່ອນ​ຫວຽດນາມ ຜູ້​ທີ່​ຍາມ​ໃດ​ກໍ່​ສະຫງວນ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ສະໜິດສະໜົມໃຫ້​ຍີ່ປຸ່ນ ຈະ​ເພີ່​ມທະວີ​ການ​ພົບ​ປະ​ແລກປ່ຽນ​ກັບ​ປະຊາຊົນ​ຍີ່ປຸ່ນ ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ເຂົ້າ​ໃຈ​ກັນ​ກ່ວາ​ອີກ

   ງານ​ບຸນ​ຫວຽດນາມ ​ປີ 2012 ນອນ​ໃນ​ຂອບ​ເຂດ​ເຫດການ​ພົບ​ປະ​ຫວຽດນາມ-ຍີ່ປຸ່ນ 2012 ຊື່​ງລວມມີ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ດຶງ​ດູດ​ການ​ລົງທຶນ, ການ​ພົບ​ປ​ະ​ເຈລະຈາ​ກ່ຽວ​ກັບ​ການ​ບຳລຸງ​ສ້າ​ງ​ແຫຼ່ງຊັບພະຍາກອນ​ມະນຸດ, ງານ​ວາງສະ​ແດງ​ຮູບ​ພາບ ​ແລະ ການສະ​ແດງ​ສິລະ​ປະ. ​ເລື່ອງ​ຈັດຕັ້ງ​ເຫດການພົບ​ປະ​ຫວຽດນາມ-ຍີ່ປຸ່ນ 2012 ສຳ​ເລັດ​ຈະ​ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ປີ​ສາມັກຄີຫວຽດນາມ-ຍີ່ປຸ່ນ ປີ 2013, ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ