(vovworld) - ວັນທີ 09/03, ຢູ່ສູນງານບຸນ ໄຕທຽນ, ເມືອງ ຕາມດາວ, ສະມາຄົມນັກຂ່າວແຂວງ ວິ້ງຟຸ໋ກ ໄດ້ສົມທົບກັບຄະນະໂຄສະນາສຶກສາຄະນະພັກແຂວງ, ພະແນກຖະແຫຼງຂ່າວ ແລະ ສື່ສານ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ໄຂງານບຸນໜັງສືພິມລະດູບານໃໝ່ ວິ້ງຟຸ໋ກ ປີ 2017. ງານບຸນມີຮ້ານວາງສະແດງ 10 ຮ້ານ, ເຊິ່ງໄດ້ແນະນຳບັນດາສື່ສິ່ງພິມ, ບັນດາບົດປະພັນວັນນະຄະດີສີລະປະ; ໂຄສະນາບັນດາຜົນງານພົ້ນເດັ່ນໃນການພັດທະນາເສດຖະກິດ, ສັງຄົມຂອງແຂວງ ວິ້ງຟຸ໋ກ ທີ່ບັນລຸໄດ້ພາຍຫຼັງ 20 ປີແຫ່ງການສ້າງຕັ້ງຄືນໃໝ່.
ແລະກໍ່ໃນວັນທີ 09/03, ຢູ່ຫໍພິພິຕະພັນນະຄອນເກີນເທີ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບພະແນກຖະແຫຼງຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວນະຄອນເກີນເທີ ຈັດພິທີສະຫຼຸບງານບຸນໜັງສືພິມລະດູບານໃໝ່ ແລະ ການເສັງສື່ສິງພິມລະດູບານໃໝ່ປີລະກາ 2017, ພ້ອມທັງປຸກລະດົມງານບຸນໜັງສືພິມລະດູບານໃໝ່ ແລະ ການເສັງສື່ສິ່ງພິມລະດູບານໃໝ່ປີຈໍ 2018.