ງານພົບປະລະຫວ່າງອາຊີ-ເອີລົບ”

 ງານພົບປະລະຫວ່າງອາຊີ-ເອີລົບ” - ảnh 1
ການສະແດງທີ່ລາຍການ
(ພາບ: TTXVN)

(vovworld) – ຕອນຄຳ່​ວັນ​ທີ 25/9, ພາຍຫຼັງດຳ​ເນີນ​ຢູ່ ຮ່າ​ໂນ້ຍ, ງານ​ມະ​​ໂຫລານສາກົນ “ຟ້ອນປະຈຸ​ບັນ: ງານ​ພົບ​ປະລະ​ຫວ່າ​ງອາຊີ-​ເອີ​ລົບ” ສືບຕໍ່​​ໄຂ​ຂຶ້ນ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ເຊິ່ງ​ໄດ້​ແນະ​ນຳ​ເຖິງ​ມະຫາຊົນ​ບັນດາ​ບົດ​ຟ້ອນ​ທັນ​ສະ​ໄໝ​ຈາກ​ປະ​ເທດ​ຕ່າງໆ​ຄື: ​ເຢຍລະ​ມັນ, ​​ໂອ​ຕຣິດ ​ແລະ ຫວຽດນາມ. ນີ້​ແມ່ນ​ປີ​ທີ 6, ທີ່ງານ​ມະ​ຫາກຳ​ສາກົນ​ນີ້​ໄດ້​ຮັບ​ການ​ຈັດ​ຕັ້ງດ້ວຍ​ການ​ປະສານ​ງານຂອງ​ສະ​ຖາ​ບັນ Goethe. ​ໃນ 3 ຄຳ່​ຄືນ​ແຕ່ 25 – 27/9, ຜູ້​ຊົມ​ໄດ້​ຮັບ​ຊົມ 4 ບົດ​ຟ້ອນ​ປະຈຸ​ບັນ. ບັນດາ​ບົດຟ້ອນ​ສະ​ແດງ​ໃນງານ​ມະ​ໂຫລານ ​ແມ່ນ​ການ​ສົມທົບ​ລະຫວ່າງ​ຄວາມ​ເປັນ​ຈິງ, ກັບ​ຈິດ​ສຳນຶກ, ຄົ້ນ​ຫາ​​ໂລກ​​ແຫ່ງ​ຈິດ​ໃຈ​​ຂອງ​ມະນຸດ.


ຂ່າວ/ບົດ​ອື່ນ