(vovworld) - ທີ່ງານພົບປະລະຫວ່າງນັກອະວະກາດຫວຽດນາມ ຟ້າມຕວນ ແລະ ນັກອະວະກາດສະຫະພັນລັດເຊຍ Victor Vasilevich Gorbatko, ຖືກດຳເນີນໄປໃນຕອນຄໍ່າວັນທີ 22/07, ຢູ່ສູນວິທະຍາສາດ ແລະ ວັດທະນະທຳລັດເຊຍ (ຮ່າໂນ້ຍ), ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນປະຕິບັດຖ້ຽວບິນເຂົ້າໂລກຈັກກະວານຫວຽດນາມ -ລັດເຊຍ (23/07/1980 – 23/07/2015). ນີ້ແມ່ນບັນດາຜູ້ທີ່ໄດ້ພ້ອມກັນປະຕິບັດການບິນເຂົ້າໂລກຈັກກະວານ ໃນຂອບເຂດລາຍການ “Interkosmos”. ທີ່ງານພົບປະ, ນັກອະວະກາດ ຟ້າມຕວນ ໄດ້ສະແດງຄວາມເອກອ້າງຖະນົງໃຈ ແລະ ຕື້ນຕັນໃຈເມື່ອຫວນຄືນຮູ້ສຶກເມື່ອເປັນຄົນທຳອິດທີ່ໄດ້ຕາງໜ້າໃຫ້ຫວຽດນາມ ບິນເຂົ້າໂລກຈັກກະວານ. ນັກອະວະກາດລັດເຊຍ ໄດ້ແບ່ງປັນວ່າ, ທ່ານແມ່ນນັກອະວະກາດທີ 21 ຂອງລັດເຊຍ ແລະ ຜູ້ທີ 43 ຂອງໂລກບິນເຂົ້າໂລກຈັກກະວານ. ລາຍການ “Interkosmos” ກັບຜູ້ຕາງໜ້າຂອງຫວຽດນາມ ແມ່ນທ້ຽວບິນເຂົ້າໂລກຈັກກະວານທີ 3 ຂອງທ່ານ. ເນື່ອງໃນໂອກາດນີ້, ນັກອະວະກາດ 2 ທ່ານສະແດງຄວາມປາດຖະໜາວ່າ, ລຸ້ນໜຸ່ມມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມໄຝ່ຝັນ ແລະ ຄວາມຕັດສິນໃຈເມື່ອປະຕິບັດຄວາມໄຝ່ຝັນຂອງຕົນ.