ງານພົບປະແລກປ່ຽນສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ

(VOVWORLD) -ງານພົບປະແລກປ່ຽນສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ ຖືກດຳເນີນໃນຕອນຄ່ຳວັນທີ 22 ທັນວາ, ໂດຍສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ສົມທົບກັບສະຖານທູດສ.ເກົາຫຼີ ປະຈຳຫວຽດນາມ ຈັດຕັ້ງ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງສ.ເກົາຫຼີ ປະຈຳຫວຽດນາມ Lee Huyk ໃຫ້ຮູ້ວ່າ: ໃນໄລຍະ 25 ປີຜ່ານມາ, ການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ໄດ້ມີບັນດາບາດກ້າວພັດທະນາຢ່າງຂ້ຽວຂາດ. ມາຮອດປະຈຸບັນ, ສ.ເກົາຫຼີ ໄດ້ກາຍເປັນນັກລົງທຶນຕ່າງປະເທດໃຫຍ່ສຸດຢູ່ຫວຽດນາມ, ດ້ວຍຈຳນວນເງິນເກືອບ 60 ຕື້ USD. ຫວຽດນາມແມ່ນຄູ່ຄ້າໃຫຍ່ອັນດັບທີ 4 ຂອງສ.ເກົາຫຼີ. ຫວຽດນາມ ແມ່ນປະເທດເຊິ່ງມີຊາວເກົາຫຼີ ມາຢ້ຽມຢາມຫຼາຍກວ່າໝູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

        ທ່ານເອກອັກຄະລັດຖະທູດ Lee Huyk ຖືວ່າ, ການພົວພັນຮ່ວມມືຫວຽດນາມ - ສ.ເກົາຫຼີ ອາດຈະໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດ, ໃນນັ້ນມີດ້ານການຄ້າ. ນອກນັ້ນ, ຄວາມຄ້າຍຄືກັນດ້ານວັດທະນະທຳຈະແມ່ນພື້ນຖານເພື່ອໃຫ້ 2 ປະເທດສຸມໃສ່ຮ່ວມມືກວ່າອີກ, ຈາກນັ້ນປະກອບສ່ວນຊຸກຍູ້ການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ