ງານພົບປະແລກປ່ຽນຫວຽດນາມ - ລາວ ເນື່ອງໃນໂອກາດບຸນເຕັດຂອງຫວຽດນາມ
ຮ່າທັ໋ງ, ເລບາວ, ນັກຂ່າວ VOV ປະຈຳຈີນ -  
(ງານພົບປະແລກປ່ຽນຫວຽດນາມ - ລາວ
ເນື່ອງໃນໂອກາດບຸນເຕັດຂອງຫວຽດນາມ)
(vovworld) – ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີມະແມ 2015, ຕອນຄໍ່າວັນທີ 05/03, ຢູ່ປັກກິງ, ປະເທດຈີນ, ສະຖານທູດຫວຽດນາມ ແລະ ສະຖານທູດລາວ ປະຈຳຈີນ ໄດ້ຈັດງານພົບປະແລກປ່ຽນມິດຕະພາບ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ ແລະ ການສົມທົບກັນລະຫວ່າງສະຖານທູດ 2 ປະເທດຢ່າງແໜ້ນແຟ້ນ.
ທີ່ງານພົບປະແລກປ່ຽນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ຫງວຽນວັນເທີ ໄດ້ຫວນຄືນມູນເຊື້ອສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ; ພ້ອມທັງຢືນຢັນວ່າ ນ້ຳໃຈສາມັກຄີລະຫວ່າງ 2 ປະເທດຈະໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ. ທ່ານເອກອັກຄະລັດຖະທູດ ຫງວຽນວັນເທີ ກໍ່ສະເໜີວ່າ, ໃນປີຈະມາເຖິງສະຖານທູດຂອງ 2 ປະເທດ ປະຈຳປັກກິງ ຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບລະຫວ່າງ 2 ປະເທດ.
ສ່ວນທ່ານເອກອັກຄະລັດຖະທູດລາວ ປະຈຳຈີນ ສົມດີ ບຸນຄຸ້ນ ຢືນຢັນວ່າ, ເລື່ອງສະຖານທູດ 2 ປະເທດຈັດຕັ້ງງານພົບປະແລກປ່ຽນ ເນື່ອງໃນໂອາກດບຸນປີໃໝ່ປະຈຳຊາດຂອງແຕ່ລະປະເທດ ແມ່ນວຽກງານທີ່ມີຜົນປະໂຫຍດ, ມີຄວາມໝາຍສຳຄັນໃນການເພີ່ມທະວີຄວາມສາມັກຄີ, ຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ອົງການ.
ຮ່າທັ໋ງ, ເລບາວ, ນັກຂ່າວ VOV ປະຈຳຈີນ