ງານມະໂຫລານຂັບ ເຈົາວັນຄັ້ງທີ 2


ງານມະໂຫລານຂັບ ເຈົາວັນຄັ້ງທີ 2 - ảnh 1

(ພາບ: vov5)

(vovworld)- ​ ງານ​ມະ​ໂຫລານ​ຂັບ​ເຈົາວັນ​ຄັ້ງທີ 2 ຫາ​ກໍ່​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ໂດຍມີການ​ເຂົ້າຮ່ວມ​ຂອງ​ກຸ່ມ​ຂັບ​ເຈົາວັນ​ເກືອບ 250 ກຸ່ມ​ ​ແມ່ນ​ໂອກາດ​ຊ່ວຍ​ໃຫ້​ບັນດາ​ນັກ​ຄຸ້ມ​ຄອງ​ດ້ານ​ວັດທະນະທຳ, ການ​ເຫຼື້ອມ​ໃສ, ສາສະໜາ, ບັນດາ​ນັກວິທະຍາສາດ ​ແລະ ປຊຊ ທົ່ວ​ປະ​ເທດ ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ວາ​ກ່ຽວ​ກັບ​ບັນດາ​ຄຸນຄ່າ​ຂອງ​ການ​ເຫຼື້ອ​ມ​ໄສ​ບູຊາ​​ເຈົ້າແມ່, ຈາກ​ນັ້ນ, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ​ຂອງ​ຊາດ. ງານ​ມະ​ໂຫລານ​ຍັງ​ປະກອບສ່ວນ​ສ້າງ​ສຳ​ເນົາ​ເອກະສາ​ນການ​ເຫຼື້ອມ​ໃສ​ບູຊາ​​ເຈົ້າແມ່​ຢູ່​ຫວຽດນາມ ຍື່ນ​ສະ​ເໜີ​ຕໍ່​ອູ​ແນ​ສ​ໂກ ຮັບຮອງ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຕາງໜ້າ​ໃຫ້​ແກ່ມ​ວນມະນຸດ​ໃນ​ປີ 2015. ທ່ານ​ຫງວຽນ​ຕຽນ​ຢຸງ ສຳມະ​ຊິ​ກຄະນະ​ຈັດຕັ້ງໃຫ້​ຮູ້​ວ່າ:

   “ນີ້ແມ່ນປີທີ 2 ​ໄດ້ຈັດຕັ້ງານມະໂຫລານ, ສະນັ້ນກໍ່ມີການປ່ຽນແປງຄື: ໄດ້ເປີດກ້ວາງພິທີຂັບເຈົາວັນ, ນອກຈາກນັ້ນຄະນະຈັດຕັ້ງຍັງຈັດການເຊີດຊູບັນດາຜູ້ທີ່ໄດ້ປະກອບສ່ວນໃຫ້ແກ່ການເຫຼື້ອມໃສບູຊາ​​ເຈົ້າແມ່ຄື: ຜູ້ຂັບເຈົາວັນ, ໝູ່ບ້ານອາຊີບ, ຜູ້ຄົ້ນຄ້ວາການເຫຼື້ອມໃສພື້ນເມືອງ… ​ໃນພິທີຂັບເຈົາວັນລ້ວນແຕ່ມີຄຸນຄ່າດ້ານສິລະປະຄື: ຮ້ອງເພງ, ຟ້ອນ, ສະແດງຕີມວຍ, ​ແກ້ຄັວດສະຫຼັກ, ສະຖາປັດຕະຍາກຳ….​ໄປພ້ອມກັບການເຫຼື້ອມໃສນີ້. ນີ້ກໍ່ແມ່ນວິທີເພື່ອໃຫ້ບັນດານັກຄຸົ້ນຄ້ວາສາມາດຊອກຮູ້ເລິກກ່ວາກ່ຽວກັບການເຫຼື້ອມໃສນີ້ໃນຊີວິດຂອງ ປຊຊ“./.

ຂ່າວ/ບົດ​ອື່ນ