ງານລາຕີສະແດງສິລະປະຍ້ອງຍໍຊົມເຊີຍຜູ້ບໍລິຈາກເລືອດທີ່ດີເດັ່ນ
ການບໍລິຈາກເລືອດຂອງບັນດານັກບໍລິຈາກເລືອດອາສາສະໝັກ
(ພາບ: Thanh Tùng/TTXVN)
(vovworld) – ງານລາຕາດັ່ງກ່າວດຳເນີນໄປໃນວັນທີ 2/7, ດ້ວຍບັນດາລາຍການສະແດງສີລະປະທີ່ເປັນເອກະລັກສະເພາະທີ່ໄດ້ຍ້ອງຍໍຊົມເຊີຍບັນດາການກະທຳອັນສູງສົ່ງ ບໍລິຈາກເລືອດຂອງບັນດາຜູ້ບໍລິຈາກເລືອດທີ່ດີເດັ່ນ. ກ່າວຄຳເຫັນທີ່ພິທີ, ສາດສະດາຈານ, ດຣ ຫງວຽນແອງຈີ໋, ຫົວໜ້າສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ, ຫວັງວ່າ: ດ້ວຍສະມາຊິກອາສາສະໝັກ 100 ຄົນໄດ້ດຳເນີນການເດີນທາງຈາກພາກເໜືອຮອດພາກໃຕ້ໃນເວລາເກືອບ 1 ເດືອນ, ຂະບວນການບໍລິຈາກເລືອດ ປີ 2014 ຈະໄດ້ຮັບເລືອດຢ່າງໜ້ອຍສຸດ 19.000 ຖົງ.
ແລະກໍ່ໃນວັນດຽວກັນ, ບັນດາສະມາຊິກອາສາສະໝັກຂອງລາຍການບໍລິຈາກເລືອດ ໄດ້ເດີນຂະບວນໂຄສະນາເຜີຍແຜ່ຢູ່ນະຄອນ ແຣກຢ໋າ, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄົນເຈັບທີ່ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍຫຼາຍຂະແໜງແຂວງ ກຽນຢາງ.