( ພາບປະກອບ )
( vovworld ) – ງານວາງສະແດງ “ Kalpana - ບັນດາຜົນງານດ້ານວິຈິດຕະກຳຍຸກສະໄໝປະຈຸບັນອີນເດຍ ” ຈະຖືກຈັດຂຶ້ນລະຫວ່າງວັນທີ 24/4 – 1/5/2012 ຢູ່ສູນວາງສະແດງສີລະປະວັດທະນະທຳຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ. ນີ້ແມ່ນໜື່ງໃນບັນດາການເຄື່ອນໄຫວເນື່ອງໃນໂອກາດປີແຫ່ງຄວາມມິດຕະພາບຫວຽດນາມ - ອີນເດຍ 2012. ງານວາງສະແດງ “ Kalpana - ບັນດາຜົນງານດ້ານວິຈິດຕະກຳຍຸກສະໄໝປະຈຸບັນອີນເດຍ ” ແມ່ນງານວາງສະແດງທຳອິດໃນຈຳນວນງານວາງສະແດງດ້ານສິນລະປະກຳອັນຍອດຢ້ຽມຂອງສັດຕະວັດໜື່ງຜ່ານບັນດາຜົນງານຂອງນັກແຕ້ມທີ່ມີຊື່ສຽງ 14 ທ່ານຂອງອີນເດຍ. ອາດເວົ້າໄດ້ວ່ານີ້ແມ່ນບັນດານັກຈິດຕະກອນທີ່ໂດ່ງດັງທີ່ສຸດໃນພື້ນຖານດ້ານຈິດຕະກຳອີນເດຍ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ສັງລວມໄລຍະເວລາ 120 ປີທີຖ່າຍທອດສີລະປະດ້ວຍພົນງານ 28 ຜະລິດຕະພັນຂອງນັກແຕ້ມ 14 ທ່ານທີ່ສະແດງໃຫ້ເຫັນເຖິງການປະສົມປະສານລະຫວ່າງສິນລະປະບູຮານ ແລະ ທັນສະໄໝ. ຈິດຕະກອນແຕ່ລະຄົນມີຄວາມແຕກຕ່າງກັນເຊິ່ງສະທ້ອນໃຫ້ເຫັນຜ່ານບັນດາຄວາມສົນບູນ ແລະ ຫຼາກຫຼາຍໃນຜົນງານຈິດຕະກຳຂອງຕົນ.