ງານວາງສະແດງຮູບພາບ ສິລະປະ“ຮ່າໂນ້ຍ ປ່ຽນໃໝ່ແລະພັດທະນາ“
ຮູບພາບ “ຫັນປະເທດຊາດເປັນອຸດສາຫະກຳ“ ຂອງຟ້າມກົງທັງ
(ພາບ: http://vov.vn)
(vovworld) –ຕອນເຊົ້າວັນທີ 8/10, ສະມາຄົມຊ່າງພາບສິລະປະຮ່າໂນ້ຍໄດ້ຈັດງານວາງສະແດງສິລະປະຄັ້ງທີ 44 ດ້ວຍຫົວເລື່ອງ “ຮ່າໂນ້ຍປ່ຽນໃໝ່ ແລະ ພັດທະນາ“ ຂ່ຳນັບຮັບຕ້ອນ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954-10/10/2014). ງານວາງສະແດງໄດ້ນຳມາວາງສະແດງຮູບພາບ 132 ແຜ່ນສ່ອງແສງຄວາມງາມ ແລະ ການພັດທະນາຢ່າງບໍ່ຢຸດຢັ້ງຂອງນະຄອນຫຼວງຮ່າໂນ້ຍ. ທ່ານດັ້ງດິ່ງອານ, ປະທານສະມາຄົມຊ່າງພາບສິລະປະຮ່າໂນ້ຍໃຫ້ຮູ້ວ່າ:
“ນີ້ແມ່ນຄັ້ງທຳອິດທີ່ມີງານປະກວດຖ່າຍຮູບຂອບຂະໜາດມໃຫ່ຍຢູ່ຮ່າໂນ້ຍ ກ່ຽວກັບຫົວເລື່ອງຮ່າໂນ້ຍ ລວມມີບັນດາບັນຫາການເມືອງ, ສັງຄົມ, ວັດທະນະທຳ ໃນໄລຍະເວລາຍາວທີ່ສຸດ ນັບແຕ່ປີ 1954 ມາຮອດນີ້. ງານວາງສະແດງຄັ້ງນີ້ມີທັງລັກສະນະສະຖານະການ, ທັງລັກສະນະສິລະປະ“./.