(vovworld) - ຕອນເຊົ້າວັນທີ 21/03, ຢູ່ນະຄອນເກີນເທີ, ໄດ້ດຳເນີນງານໂຮມຊຸມນຸມຕອບສະໜອງວັນນ້ຳໂລກ 2013 ດ້ວຍຫົວຂໍ້ວ່າ “ຮ່ວມມືເພື່ອນ້ຳ” ແລະ ສານທີ່ວ່າ “ຖ້າຫາກພວກເຮົາພ້ອມກັນແບ່ງປັນ, ໃຜໆກໍມີໂອກາດໃຊ້ນ້ຳ”. ກ່າວຄຳເຫັນທີພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ຫວຽດນາມ ນອນຢູ່ເຂດລຸ່ມ ແມ່ນ້ຳແດງ ແລະ ແມ່ນ້ຳຂອງ. ຍ້ອນ 2/3 ປະລິມານນ້ຳຢູ່ຫວຽດນາມ ແມ່ນເກີດມາຈາກບັນດາປະເທດບ້ານໃກ້ເຮືອນຄຽງ. ເພາະສະນັ້ນ, ເລື່ອງຊຸກຍູ້ການຮ່ວມມືສາກົນໃນການແບ່ງປັນ, ຄຸດຂົ້ນ ແລະ ພັດທະນາບັນດາແຫຼ່ງນ້ຳຂ້າມຊາຍແດນຢ່າງໝັ້ນຄົງ ໄດ້ຮັບຖືວ່າແມ່ນ “ຍຸດທະສາດພັດທະນາຢ່າງໝັ້ນຄົງຂອງຫວຽດນາມໃນໄລຍະ 2011 - 2020”. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາປະເທດຢູ່ເຂດຍອດນ້ຳ ຈົ່ງຮ່ວມມື ແລະ ພ້ອມກັນແບ່ງປັນກັບຫວຽດນາມ ເພື່ອໃຫ້ບັນດາລຳແມ່ນ້ຳລະຫວ່າງປະເທດກາຍເປັນລຳແມ່ນ້ຳສັນຕິພາບ ແລະ ນຳມາເຊິ່ງຄວາມຈະເລີນຮຸ່ງເຮືອງໃຫ້ທຸກໆປະເທດໃນລຳແມ່ນ້ຳ. ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການທຸກຂັ້ນ ແລະ ແຕ່ລະຄົນພ້ອມກັນແບ່ງປັນຂໍ້ມູນຂ່າວ, ປົກປັກຮັກສາ, ຂຸດຄົ້ນ, ນ້ຳໃຊ້ ແລະ ພັດທະນາຊັບພະຍາກອນແຫຼ່ງນ້ຳໃຫ້ມີປະສິດທິຜົນ.