ຈັດຕັ້ງງານລ້ຽງ ເນື່ອງໃນໂອກາດວັນຊາດຫວຽດນາມ 2/9 ຢູ່ລັດເຊຍແລະອະຟະລິກາໃຕ້
ທ່ານເອກອັດຄະລັກຖະທູດ ຫວຽດນາມ ຟ້າມຊວນເຊີນ ອ່ານສູນທອນພົດທີ່ງານລ້ຽງ
(vovworld)- ກ່າວສູນທອນພົດທີ່ງານລ້ຽງ ວັນທີ 26/8, ຢູ່ Moscow , ທ່ານເອກອັດຄະລັກຖະທູດ ຫວຽດນາມ ຟ້າມຊວນເຊີນ ປະຈຳ ສະຫະພາບລັດເຊຍ ໄດ້ຢັ້ງຢືນເຖິງ: ຄວາມໝາຍທີ່ໃຫຍ່ຫຼວງ ຂອງວັນປະກາດເອກະລາດ ສຳລັບຊາດ ຫວຽດນາມ ທີ່ມີຕໍ່ພາລະກິດຕໍ່ສູ້ສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນຕະຫຼອດ 69 ປີ ຜ່ານມາ ຂອງປະຊາຊົນ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ກໍ່ຢືນຢັນວ່າ: ບັນດາຜົນງານທີ່ໃຫຍ່ຫຼວງ ເຊິ່ງປະຊາຊົນ ຫວຽດນາມ ຍາດມາໄດ້ ແມ່ນຍ້ອນບັນດາຄວາມມານະພະຍາຍາມ ຂອງປະຊາຊົນ ຫວຽດນາມ ພາຍໃຕ້ການຊີ້ນຳນຳພາ ຂອງພັກກອມມູນິດ ຫວຽດນາມ, ພ້ອມທັງໄດ້ຮັບການຊ່ວຍເຫຼືອບໍ່ໜ້ອຍ ຈາກເພື່ອນມິດສາກົນ, ພິເສດແມ່ນການສະໜັບສະໜູນທີ່ໃຫຍ່ຫຼວງ ຂອງປະຊາຊົນອະດີດສະຫະພາບໂຊຫວຽດ ແລະ ປະຊາຊົນສະຫະພັນລັດເຊຍ ປະຈຸບັນ.
ກ່າວຄຳເຫັນຊົມເຊີຍວັນຊາດ ຫວຽດນາມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດ ລັດເຊຍ Igor Morgulov ເນັ້ນໜັກວ່າ:
ພວກຂ້າພະເຈົ້າ, ປະຊາຊົນ ລັດເຊຍ ຂໍຊົມເຊີຍບັນດາຜົນງານທີ່ໃຫຍ່ຫຼວງ ຂອງເພື່ອນມິດ ຫວຽດນາມ ແລະ ມີຄວາມເອກອ້າງທະນົງໃຈຕໍ່ເລື່ອງພວກເຮົາ, ຮຽງບ່າຮຽງໄຫຼ່ພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ ສິ່ງທ້າທາຍນາໆປະການ. ມູນເຊື້ອມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຂອບອົກຂອບໃຈ ຊຶ່ງກັນ ແລະ ກັນ ຂອງປະຊາຊົນ 2 ປະເທດພວກເຮົາ ພວມນັບມື້ນັບໄດ້ຮັບການປັບປຸງ. ປະຈຸບັນ, ການພົວພັນ ລັດເຊຍ-ຫວຽດນາມ ບັນລຸໄດ້ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຈະຍັງສືບຕໍ່ພັດທະນາ.
ແລະໃນວັນດຽວກັນ, ຢູ່ອະຟະລິກາໃຕ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ອະຟະລິກາໃຕ້ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ ຄົບຮອບ 69 ປີ ຢ່າງສົມກຽດ. ກ່າວຄຳເຫັນທີ່ພິທີ ທ່ານເອກອັກຄະລັດຖະທູດ ເລຮຸຍຮ່ວາງ ຢັ້ງຢືນວ່າ: ນະໂຍບາຍ ຂອງພັກ, ລັດຖະບານ ຫວຽດນາມ ແມ່ນຍາມໃດກໍ່ຖືການພົວພັນຄວາມສາມັກຄີມິດຕະພາບ ກັບ ອະຟະລິກາໃຕ້ຊຶ່ງແມ່ນຄູ່ຮ່ວມມືການຄ້າໃຫຍ່ທີສຸດ ຂອງຫວຽດນາມຢູ່ ອະຟະລິກາ ເປັນສຳຄັນ.