ຈີນດຶງດູດເງິນລົງທຶນຈາກຕ່າງປະເທດອາດຈະນຳໜ້າໂລກໃນປີ 2020

(VOVWORLD) -ປະເທດນີ້ອາດຈະດຶງດູດເງິນລົງທຶນໄດ້ປະມານ 140 ຕື້ - 150 ຕື້ USD, ສືບຕໍ່ນຳໜ້າໂລກ.
ຈີນດຶງດູດເງິນລົງທຶນຈາກຕ່າງປະເທດອາດຈະນຳໜ້າໂລກໃນປີ 2020 - ảnh 1(ພາບປະກອບ: Fortune)

ການຕີລາຄາ ແລະ ຄາດຄະເນກ່ຽວກັບສະພາບການດຶງດູດເງິນລົງທຶນຈາກຕ່າງປະເທດຂອງຈີນ ໃນປີ 2020, ທ່ານ ອວຍຈຽນກົວ , ຮອງປະທານສູນແລກປ່ຽນເສດຖະກິດສາກົນຈີນ ຖືວ່າ, ປະເທດນີ້ອາດຈະດຶງດູດເງິນລົງທຶນໄດ້ປະມານ 140 ຕື້ - 150 ຕື້ USD, ສືບຕໍ່ນຳໜ້າໂລກ. ຕາມນັ້ນແລ້ວ, ດ້ວຍເລື່ອງກົດໝາຍວ່າດ້ວຍການລົງທຶນຂອງຈີນ ຈະເລີ່ມມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2020 ເປັນຕົ້ນໄປນັ້ນ, ສະພາບແລດລ້ອມແຫ່ງການລົງທຶນຂອງປະເທດນີ້ໄດ້ຮັບການເພີ່ມລະດັບຈາກທະນາຄານໂລກ ແຕ່ 46 ຂຶ້ນມາຢູ່ໃນລະດັບ 31 ໃນປີ 2019, ກໍ່ຄືທ່າອ່ຽງເຊື່ອມໂຍງຂອງພາກພື້ນ ແລະ ການປັບປຸງຂອງບັນດາປັດໄຈຜະລິດໃນທົ່ວໂລກ, ຈີນ ຈະສືບຕໍ່ດຶງດູດບັນດາບໍລິສັດນາໆຊາດມາລົງທຶນໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ