ຈີນຖືການເຄື່ອນໄຫວງານ ມະໂຫລານຊາວໜຸ່ມ ຫວຽດນາມ-ຈີນເປັນສຳຄັນ


ຈີນຖືການເຄື່ອນໄຫວງານ ມະໂຫລານຊາວໜຸ່ມ ຫວຽດນາມ-ຈີນເປັນສຳຄັນ - ảnh 1

 ການ​ປະຊຸມ​ຂ່າວ​ກ່ຽວ​ກັບງານ​ມະ​ໂຫລານ​ຊາວ​ໜຸ່ມຫວຽດນາມ-ຈີນ

(ພາບ: VOV)

  (vovworld)-  ງານ​ມະ​ໂຫລານ​ຊາວ​ໜຸ່ມຫວຽດນາມ-ຈີນ ຄັ້ງທີ 2 ຈະດຳເນີນແຕ່ວັນທີ 24-27/11 ຢູ່ແຂວງກວາງສີ ປະເທດຈິນ. ວັນທີ 23/11, ຕອບສຳພາດນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳປັກກິງ, ທ່ານກວານ​ເຊ​ຈູນ ຫົວໜ້າຄະນະຕິດຕໍ່ພົວພັນສາກົນສູນກາງຊາວໜຸ່ມກອມມູນິດຈີນ ໃຫ້ຮູ້ວ່າ: ວຽກງານກະກຽມໃຫ້ງານມະໂຫລານ ໄດ້ປະຕິບັດສຳເລັດ, ພ້ອມແລ້ວ ທີ່ຈະຕ້ອນຮັບຜູ້ແທນຊາວໜຸ່ມຫວຽດນາມ ມາເຂົ້າຮ່ວມ 3000 ຄົນ. ຕາມທ່ານ ກວານ​ເຊ​ຈູນ, ຢູ່ 7 ນະຄອນຂອງແຂວງກວາງສີ, ບັນດາຜູ້ແທນຊາວໜຸ່ມຫວຽດນາມ ຈະເຂົ້າຮ່ວມບັນດາການ ເຄື່ອນໄຫວຄື: ພົບ​ປະ​ແລກປ່ຽນ​ກັບ​ຊາວ​ໜຸ່ມ, ຢ້ຽມຢາມວິ​ສາ​ຫະກິດ, ​ໂຮງຮຽນ, ​ເຂດ​ຊຸມ​ຊົນ, ຊົນນະບົດ..​ພິ​ເສດ, ບັນດາຜູ້ແທນຊາວໜຸ່ມຫວຽດນາມ ຈະ​ຢູ່​ຮ່ວມ​ກັບ ປຊຊ ຈີນ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ລະຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ​ກ່ວາ​ອີກ. ທ່ານ ກວານ​ເຊ​ຈູນ ໃຫ້​ຮູ້​ວ່າ:

   “ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ຊາວ​ໜຸ່ມ​ຂະໜາດ​ໃຫ່ຍຄັ້ງນີ້​ຈະ​ກາຍ​ເປັນ​ຂີດ​ໝາຍ​ໃໝ່​ໃນ​ປະຫວັດສາດ​ແຫ່ງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ ປຊຊ ສອງ​ປະ​ເທດ, ​ແລະ ຄວາມ​ໝາຍ​ສຳຄັນ​ສຳລັບ​ເລື່ອງ​ຊາວ​ໜຸ່ມ​ສອງ​ປະ​ເທດ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ​ເຮັດ​ໃຫ້​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ເລິກ​ເຊິ່ງຂຶ້ນ​ຕື່ມ ​ແລະ ການ​ຮ່ວມ​ມື, ປັບປຸງພື້ນຖານ​ການ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ຈີນ​ ໃຫ້ໝັ້ນຄົງ​ເຂັ້ມ​ແຂງ“.

ຂ່າວ/ບົດ​ອື່ນ