ຈີນປາດຖະໜາຢາກພ້ອມກັບອາເມລິກາຊຸກຍູ້ການພົວພັນພັດທະນາເປັນປົກກະຕິ
ພາບປະກອບ
(vovworld) – ຈີນ ແລະ ອາເມລິກາ ຕ້ອງເຄົາລົບນັບຖືເຊິ່ງກັນ ແລະ ກັນ, ພ້ອມກັນຊຸກຍູ້ການພົວພັນ 2 ຝ່າຍພັດທະນາເປັນປົກກະຕິ ແລະ ໝັ້ນຄົງເຂັ້ມແຂງ ບົບຫຼັກການພື້ນຖານໃນການພົວພັນສາກົນ ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ 2 ປະເທດ. ຖະແຫຼງການດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຈີນ ຫຼີ້ເຄີຊຽງ ຍົກອອກມາໃນວັນທີ 24/4, ໃນການຕ້ອນຮັບຄະນະສະມາຊິກ ສະພາແຫ່ງຊາດ ອາເມລິກາ ໂດຍ ສະມາຊິກສະພາຕຳ່ ພັກ ສາທາລະນະລັດ Eric Cantor ນຳໜ້າ, ພວມຢູ່ຢ້ຽມຢາມປະເທດນີ້.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ຊຸກຍູ້ 2 ຝ່າຍຍູ້ແຮງການເຈລະຈາກ່ຽວກັບຂໍ້ຕົກລົງລົງທຶນ ແລະ ເຮັດໃຫ້ການຮ່ວມມືໃນທຸກຂົງເຂດເລິກເຊິ່ງກ່ວາອີກ. ທ່ານຖືວ່າ: ການປະຕິຮູບເສດຖະກິດຮອບດ້ານໃນປະຈຸບັນຂອງ ລັດຖະບານ ຈີນ ຈະນຳມາເຊິ່ງຫຼາຍກາລະໂອກາດໃໝ່ໃຫ້ແກ່ການພົວພັນ 2 ຝ່າຍ. ສ່ວນທ່ານ ສະມາຊິກສະພາຕຳ່ ພັກ ສາທາລະນະລັດ Eric Cantor ເນັ້ນໜັກແຜນນະໂຍບາຍຂອງ ວໍຊິງຕັນແມ່ນຮັດແໜ້ນການພົວພັນກັບບັນດາປະເທດໃນພາກພື້ນ ປາຊີຟິກ ແລະ ຢືນຢັນວ່າ: ສະພາຕຳ່ ອາເມລິກາ ຈະ ມານະພະຍາຍາມຊຸກຍູ້ການພົວພັນ 2 ຝ່າຍ, ມຸ່ງໄປເຖິງຄວາມວັດທະນາຖາວອນລວມ.