ຈີນ,ອັງກິດເຫັນດີຮ່ວມມືກັນເພື່ອຮັກສາລັດທິຫຼາຍຝ່າຍ

(VOVWORLD) -ວັນທີ 30 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ຢືນຢັນດ້ວຍບົດບາດແມ່ນບັນດາປະເທດສະມາຊິກຜູ້ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ນັບທັງຈີນ ແລະ ອັງກິດ ຄວນຮັກສາຄວາມເຂັ້ມແຂງຂອງລັດທິຫຼາຍຝ່າຍ, ກໍຄືກົນໄກການຄ້າເສລີ ແລະ ບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO).

ຈີນ,ອັງກິດເຫັນດີຮ່ວມມືກັນເພື່ອຮັກສາລັດທິຫຼາຍຝ່າຍ - ảnh 1 ຈີນ,ອັງກິດເຫັນດີຮ່ວມມືກັນເພື່ອຮັກສາລັດທິຫຼາຍຝ່າຍ

(ພາບປະກອບ: AFP/TTXVN)

ກ່າວຄຳເຫັນເມື່ອເປັນປະທານຮ່ວມການເຈລະຈາຍຸດທະສາດຈີນ - ອັງກິດ ຄັ້ງທີ 9 ກັບທ່ານລັດຖະມົນຕີການຕ່າງປະເທດອັງກິດ Jeremy Hunt ຢູ່ນະຄອນຫຼວງປັກກິງ, ປະເທດຈີນ, ທ່ານ ຫວາງອີ ໄດ້ຊົມເຊີຍການພົວພັນລະຫວ່າງຈີນ ແລະ ອັງກິດ ທີ່ໄດ້ຮັກສາທ່າເຕີບໂຕສະຖຽນລະພາບໃນຊຸມປີມໍ່ໆມານີ້.

        ທ່ານລັດຖະມົນຕີການຕ່າງປະເທດ Jeremy Hunt ຢືນຢັນວ່າ, ອັງກິດ ພ້ອມແລ້ວຈະເພີ່ມທະວີການເຈລະຈາຍຸດທະສາດ ແລະ ຊຸກຍູ້ບັນດາການແລກປ່ຽນ ແລະ ຮ່ວມມືກັບຈີນ ໃນຫຼາຍຂົງເຂດ ເພື່ອແນໃສ່ຊຸກຍູ້ການພັດທະນາຂອງ “ສັງກະລາດຄຳ” ໃນການພົວພັນ 2 ຝ່າຍ. ທ່ານ Jeremy Hunt ກໍເນັ້ນໜັກວ່າ, ລອນດອນ ຈະແລກປ່ຽນຢ່າງເລິກເຊິ່ງກວ່າກັບປັກກິງ ເພື່ອແກ້ໄຂບັນດາສິ່ງທ້າທາຍ ແລະ ປົກປັກຮັກສາລັດທິຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ