ຈີນ-ອິນເດຍຊຸກຍູ້ການຮ່ວມມື2ຝ່າຍ
ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ແລະ ຄູ່ຕຳ
ແໜ່ງ ອິນເດຍ ທ່ານ Narendra Modi
(ພາບ: TTXVN)
(vovworld) – ວັນທີ 21/11, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ແລະ ຄູ່ຕຳແໜ່ງ ອິນເດຍ ທ່ານ Narendra Modi ໄດ້ປຶກສາຫາລືກ່ຽວກັບບັນດາການພົວພັນ 2 ຝ່າຍ ກໍຄືບັນດາບັນຫາທົ່ວໂລກ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນການພົບປະຢູ່ນອກກອງປະຊຸມຂັ້ນສູງ ອາຊຽນ ຈັດຕັ້ງຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ, ທ່ານ ຫຼີເຄີຊຽນ ຖືວ່າ: ຈີນ ແລະ ອິນເດຍ, ແມ່ນ 2 ປະເທດພວມພັດທະນາໃຫຍ່ສຸດໃນໂລກ, ມີຜົນປະໂຫຍດລວມຫລາຍກ່ວາຄວາມແຕກຕ່າງກັນ, ພ້ອມທັງ ຊີ້ແຈ້ງວ່າ: ເລື່ອງຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງ 2 ປະເທດ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ປະເທດເທົ່ານັ້ນ ຫາກຍັງປະກອບສ່ວນເພື່ອສັນຕິພາບ, ການພັດທະນາ ແລະ ຄວາມວັດທະນາຖາວອນຂອງ ອາຊີ ແລະ ໂລກອີກດ້ວຍ. ຕາມທ່ານ ຫຼີເຄີຊຽນ ແລ້ວ ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບ ອິນເດຍ ເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ກໍ່ສ້າງພື້ນຖານໂຄງລ່າງ, ການບໍລິການການເງິນ ແລະ ເປີດກ້ວາງການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ເພື່ອປັບປຸງການສະໜັບສະໜູນຂອງປະຊາຊົນສຳລັບການພົວພັນ 2 ຝ່າຍກ່ວາອີກ.