ຈີນ - ລັດເຊຍ ປຶກສາດ້ານຍຸດທະສາດຄັ້ງທີ 16
(ພາບປະກອບ)
(vovworld) - ໃນຂອບເຂດການປຶກສາດ້ານຍຸດທະສາດຈີນ - ລັດເຊຍ ຄັ້ງທີ 16, ບັນດາເຈົ້າໜ້າທີ່ຂັ້ນສູງຂອງກອງທັບ 2 ປະເທດໄດ້ມີການພົບປະກັນຢູ່ປັກກິງ, ປະເທດຈີນ ໃນວັນທີ 05 ພະຈິກ ແລະ ເຫັນດີເພີ່ມທະວີການພົວພັນດ້ານການທະຫານ 2 ຝ່າຍ. ກ່າວຄຳເຫັນທີ່ການພົບປະກັບທ່ານຮອງເສນາທິການໃຫຍ່ບັນດາກຳລັງປະກອບອາວຸດລັດເຊຍ ທັງເປັນຫົວໜ້າກົມສູ້ຮົບ Vladimir Zarudnitskiy, ທ່ານຫົວໜ້າເສນາທິການໃຫຍ່ທະຫານປົດປ່ອຍປະຊາຊົນຈີນ ຟ໋າງເຟິງຮູຍ ຖືວ່າ, ບັນດາການພົວພັນຮອບດ້ານ, ຍຸດທະສາດ ແລະ ການຮ່ວມມືລະຫວ່າງຈີນ ແລະ ລັດເຊຍ ໄດ້ຮັກສາກຳລັງແຮງໃຫ້ແກ່ການພັດທະນາຢ່າງຕັ້ງໜ້າ, ໃນຂະນະນັ້ນ, ການພົວພັນຄູ່ຮ່ວມມືດ້ານການເມືອງຂັ້ນສູງໄດ້ສ້າງເງື່ອນໄຂສະດວກໃຫ້ການພົບປະແລກປ່ຽນລະຫວ່າງທອງທັບ 2 ປະເທດ. ທ່ານ ຟ໋າງເຟິງຮູຍ ເນັ້ນໜັກວ່າ ການພົວພັນດ້ານການທະຫານ 2 ປະເທດພວມເປັນສັກຂີພິຍານກາລະໂອກາດພັດທະນາໃໝ່, ພ້ອມທັງຮຽກຮ້ອງ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ປຶກສາດ້ານຍຸດທະສາດ ກໍ່ຄືຊຸກຍູ້ການແລກປ່ຽນດ້ານວິຊາການ, ຝຶກອົບຮົມບຸກຄະລາກອນ ແລະ ການຊ້ອມຮົບຮ່ວມ ຜ່ານການຮ່ວມມືຢ່າງເປີດເຜີຍ, ເປີດອົກເປີດໃຈ ແລະ ມີປະສິດທິຜົນກວ່າ.
ສ່ວນທ່ານ ຮອງເສນາທິການໃຫຍ່ບັນດາກຳລັງປະກອບອາວຸດລັດເຊຍ Vladimir Zarudnitskiy ໃຫ້ຮູ້ວ່າ ເນື່ອງໃນໂອກາດນີ້, 2 ຝ່າຍກໍ່ໄດ້ແລກປ່ຽນທັດສະນະກ່ຽວກັນການພົວພັນດ້ານການທະຫານ 2 ຝ່າຍ, ສະພາບການສາກົນ ແລະ ພາກພື້ນ ກໍ່ຄືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.