ຈີນ ແລະ ຍີ່ປຸ່ນ ປາດຖະໜາຢາກມີໄລຍະຮ່ວມມືໃໝ່

(VOVWORLD) -  ວັນທີ 26 ຕຸລາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ທີ່ພວມຢູ່ຢ້ຽມຢາມ ຈີນ ຢ່າງເປັນທາງການ.

ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຢືນຢັນວ່າ ດ້ວຍບັນດາຄວາມມານະພະຍາຍາມຮ່ວມ, ການພົວພັນລະຫວ່າງ ຈີນ - ຍີ່ປຸ່ນ ໃນປັດຈຸບັນ ໄດກັບຄືນສູ່ວົງຈອນປົກກະຕິ ແລະ ມີທ່າອ່ຽງການພັດທະນາຢ່າງຕັ້ງໜ້າ. 2 ຝ່າຍຄວນຢຶດໝັ້ນເດີນຕາມແນວທາງສັນຕິພາບມິດຕະພາບ, ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ແນໃສ່ຊຸກຍູ້ການພົວພັນ 2 ປະເທດ ສືບຕໍ່ບັນລຸໄດ້ບາດກ້າວພັດທະນາໃໝ່. ການນຳ ຈີນ ກໍ່ເນັ້ນໜັກວ່າ 2 ຝ່າຍຄວນຍູ້ແຮງການແລກປ່ຽນຍຸດທະສາດ, ກຳແໜ້ນການພັດທະນາ ແລະ ແຜນນະໂຍບາຍຍຸດທະສາດຂອງກັນ, ປະຕິບັດຄວາມຮັບຮູ້ລວມ “ເປັນຄູ່ຮ່ວມມືຍຸດທະສາດ, ບໍ່ນາບຂູ່ເຊິ່ງກັນ ແລະ ກັນ”,  ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.

       ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ປາດຖະໜາວ່າ 2 ຝ່າຍຈະເປີດໄລຍະການຮ່ວມມືໃໝ່ໃນການພົວພັນ 2 ຝ່າຍ. 2 ຝ່າຍຄວນຊຸກຍູ້ການພົວພັນ 2 ຝ່າຍບົນຈິດໃຈຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ນາບຂູ່ເຊິ່ງກັນ ແລະ ກັນ, ພ້ອມກັນປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບສາກົນ, ພາກພື້ນ ແລະ ປົກປ້ອງການຄ້າເສລີ.

ຕອບກັບ

ຂ່າວ/ບົດ​ອື່ນ