ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຢູ່ເນປານຂຶ້ນເຖິງ6.841ຄົນ

 ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຢູ່ເນປານຂຶ້ນເຖິງ6.841ຄົນ - ảnh 1
ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ເນ​ປານ
ເພີ່ມ​ຂຶ້ນ​ສູງ
ພາບ:phunutoday.vn

(vovworld)-​ ​​ ​ຕ​າມ​ຕົວ​ເລກ​ລ້າ​ສຸດ, ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​​ຄັ້ງ​ໃຫຍ່​ສຸດ​ໃນ​ຮອບ​ເວ​ລາ 80 ປີ​ຜ່ານ​ມາ​ຢູ່ເນ​ປານ ໄດ້​ຂຶ້ນ​ເຖິງ 6.841 ຄົນ ແລະ ຜູ້​ໄດ້​ຮັບ​ບາດ​ເຈັບ​ແມ່ນ​ລື່ນ​ກາຍ 14.000 ຄົນ. ປະ​ຈຸ​ບັນ ຍັງ​ມີ​ເຂດ​ທີ່​ຫ່າງ​ໄກ​ບາງ​ແຫ່ງ ກຳ​ລັງ​ກູ້​ໄພ​ກູ້​ຊີບບໍ່​ທັນ​ເຂົ້າ​ໄດ້ ຍ້ອນ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ຖືກ​ທຳ​ລາຍ​ຢ່າງ​ຫນັກ, ການ​ໄປ​ມາ​ແມ່ນ​ຫຍຸ້ງ​ຍາກ​ຫລາຍ. ກ່ຽວ​ຂ້ອງ​ເຖິງ​ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດ​ຈາກ​ເຫດ​ແຜ່ນ​ດິນ​ໄຫວນີ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຝ​ລັ່ງ Romain Nadal ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ຍັງ​ມີ​ພົນ​ລະ​ເມືອງ ຝ​ລັ່ງ 135 ຄົນບໍ່​ທັນ​ຮູ້​ຂ່າວ​ຄາວ​ເທື່ອ, ພຽງ​ໄດ້​ຮູ້​ວ່າ 3 ຄົນ​ຖືກ​ເສຍ​ຊີ​ວິດ ແລະ ຜູ້​ຫນຶ່ງ​ຖືກ​ຫາຍ​ສາບ​ສູນ. ໃນ​ຂະ​ນະ​ນັ້ນ  ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ກູ້​ຊ່ວຍ ຈາກ​ປະ​ຊາ​ຄົມ​ສາ​ກົນ ສືບ​ຕໍ່​ດຳ​ເນີນ​ໄປ. ປາ​ກິດ​ສະ​ຖານ ປະ​ກາດ​ວ່າ ໄດ້​ສົ່ງ​ເຄື່ອງ​ຊ່ວຍ​ເຫລືອ​ໄປ​ຍັງ ເນ​ປານ ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ປະ​ເທດນີ້ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ.

 

 

 

ຂ່າວ/ບົດ​ອື່ນ