ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງຫວຽດນາມ-ອິນເດຍ
(VOVWORLD) -ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ອິນເດຍກວ່າອີກ
ທ່ານ ເຈິ່ນກວ໊ກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ
ຕ້ອນຮັບທ່ານເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Pranay Verma
(ພາບ: TTXVN)
|
ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Pranay Verma ໃນຕອນບ່າຍວັນທີ 04 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນກວ໊ກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ອິນເດຍກວ່າອີກ; ທ່ານຕີລາຄາສູງຕໍ່ຫຼັກໝັ້ນຂອງລັດຖະບານອິນເດຍ ກ່ຽວກັບບັນຫາທະເລຕາເວັນອອກ ແລະ ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນປາດຖະໜາຢາກໃຫ້ບັນດາຝ່າຍທີ່ກ່ຽວຂ້ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ສ່ວນທ່ານເອກອັກຄະລັດຖະທູດ Pranay Verma ຢືນຢັນວ່າ, ລັດຖະບານອິນເດຍ ມີທັດສະນະສະເໝີຕົ້ນສະເໝີປາຍຕໍ່ການສະໜັບສະໜູນເລື່ອງຊຸກຍູ້ການພົວພັນກັບຫວຽດນາມ, ປາດຖະໜາຢາກຮ່ວມມືກັບຫວຽດນາມ ຢ່າງແຮງກວ່າເພື່ອສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຂອງພາກພື້ນ.