ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ນະຄອນໂຮ່ຈີມິນ ກັບບັນດາຄູ່ຮ່ວມມືຕ່າງປະເທດ
(VOVWORLD) -ທ່ານ ຫງວຽນແທັງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ເນັ້ນໜັກວ່າ ໄປຄຽງຄູ່ກັບບັນດາຄວາມມານະພະຍາຍາມ ແລະ ແຫຼ່ງກຳລັງແຮງພາຍໃນ, ທາງນະຄອນມີຄວາມຫວັງຢາກບັນດາຄູ່ຮ່ວມມືສະກົນຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງພ້ອມກັບນະຄອນ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ.
ການພົບປະລະຫວ່າງ ການນຳນະຄອນໂຮ່ຈີມິນ ແລະ ບັນດົງອົງການກົງສູນ, ອົງການຈັດຕັ້ງສາກົນ, ຫ້ອງວ່າການເສດຖະກິດ - ວັດທະນະທຳ ຢູ່ນະຄອນໂຮ່ຈີມິນ (ພາບ: sggp.org.vn) |
ຕອນບ່າຍວັນທີ 14 ເມສາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຈັດການພົບປະລະຫວ່າງການນຳນະຄອນ ແລະ ບັນດົງອົງການກົງສູນ, ອົງການຈັດຕັ້ງສາກົນ, ຫ້ອງວ່າການເສດຖະກິດ - ວັດທະນະທຳ ຢູ່ນະຄອນໂຮ່ຈີມິນ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ກຳນົດທິດການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ນະຄອນ ກັບບັນດາຄູ່ຮ່ວມມືຕ່າງປະເທດ. ແບ່ງປັນຂໍ້ມູນກ່ຽວກັບການກຳນົດທິດການພັດທະນານະຄອນ, ຈຸດສຸມແມ່ນບັນດາແຜນຮ່າງກໍ່ສ້າງຕົວເມືອງອັດສະລິຍະ, ສ້າງສູນການເງິນແຫ່ງຊາດ ແລະ ພັດທະນານະຄອນ ຖູດຶກ, ທ່ານ ຫງວຽນແທັງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ເນັ້ນໜັກວ່າ ໄປຄຽງຄູ່ກັບບັນດາຄວາມມານະພະຍາຍາມ ແລະ ແຫຼ່ງກຳລັງແຮງພາຍໃນ, ທາງນະຄອນມີຄວາມຫວັງຢາກບັນດາຄູ່ຮ່ວມມືສະກົນຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງພ້ອມກັບນະຄອນ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ. ການນຳຄະນະ, ບັນດາອົງການ, ອົງການຈັດຕັ້ງສາກົນ ຢູ່ ນະຄອນ ໄດ້ປະຕບັດບົດບາດ ຂົວເຊື່ອມຕໍ່ລະຫວ່າງ ນະຄອນ ໂຮ່ຈີມິນ ກັບ ບັນດານັກລົງທຶນ, ແຂກທ່ອງທ່ຽວຕ່າງປະເທດ ໃຫ້ເປັນຢ່າງດີ.