ຊຸກຍູ້ການຮ່ວມມືລະຫວ່າງຂະແຫນງກວດສອບຫວຽດນາມແລະລາວພ້ອມກັນພັດທະນາໃນໄລຍະໃຫມ່
ການນຳ ລາວ ຕ້ອນຮັບຄະນະຜູ້ແທນອົງການກວດສອບແຫ່ງລັດ ຫວຽດນາມ
|
(vovworld) - ວັນທີ 19/2, ຢູ່ນະຄອນຫລວງວຽງຈັນ, ໃນຂອບເຂດການປະຕິບັດງານຢູ່ລາວແຕ່ວັນທີ 18-22/2, ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ແລະ ທ່ານນາງ ປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການກວດສອບແຫ່ງລັດ ຫວຽດນາມ, ໂດຍທ່ານ ຫງວຽນຫືວຫວ້ານ, ຫົວຫນ້າອົງການກວດສອບນຳຫນ້າ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ. ບັນດາການນຳຂັ້ນສູງຂອງ ລາວ ຕີລາຄາສູງການຫນູນຊ່ວຍຢ່າງແທດຈິງຂອງອົງການກວດສອບຫວຽດນາມ ໃຫ້ແກ່ ລາວໃນຫລາຍດ້ານ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ຫນູນຊ່ວຍເຊິ່ງກັນແລະກັນໃນການບຳລຸງສ້າງ, ອົບຮົມວິຊາສະເພາະ, ສ້າງເງື່ອນໄຂໃຫ້ແກ່ອົງການກວດສອບລາວໄປທັດສະນະສຶກສາຢູ່ຫວຽດນາມ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ປະກອບສ່ວນຮັດແຫນ້ນການພົວພັນລະຫວ່າງສອງອົງການກວດສອບ ແລະ ປາດຖະຫນາວ່າ ອົງການກວດສອບສອງປະເທດສືບຕໍ່ຫນູນຊ່ວຍເຊິ່ງກັນ ແລະກັນໃນການພົວພັນຫລາຍຝ່າຍ, ເຮັດໃຫ້ການພົວພັນແບບພິເສດຫວຽດນາມ-ລາວ ພົ້ນເດັ່ນກວ່າອີກໃນເວທີສາກົນ.