ຊຸກຍູ້ການຮ່ວມມືສາກົນໃນການຕ້ານຂີ້ເຫຍື້ອ ປຼາດຕິກ ແລະ ພັດທະນາເສດຖະກິດໝູນວຽນ
(VOVWORLD) -ທ່ານ Joo- Ok Lee ໄດ້ສະແດງຄວາມປາດຖະໜາກຢາກສືບຕໍ່ໄດ້ຮັບການສະໜັບສະໜູນຂອງຫວຽດນາມ ຕໍ່ບັນດາການເຄື່ອນໄຫວນນີ້ໃນໄລຍະຈະມາເຖິງ ແລະ ແບ່ງປັນການຄາດຄະເນຂອງ ໂຄງການຄູ່ຮ່ວມມືເຄື່ອນໄຫວແຫ່ງຊາດກ່ຽວກັບຂີ້ເຫຍື້ອປຼາດຕິກຢູ່ ຫວຽດນາມ ໃນອະນາຄົດ…
ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເຮັດວຽກກັບທ່ານ Joo - Ok Lee, ຜູ້ອຳນວຍການພາກພື້ນອາຊີ - ປາຊີຟິກຂອງເວທີປາໄສເສດຖະກິດໂລກ
|
ຕອນບ່າຍວັນທີ 23 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ເຮັດວຽກກັບທ່ານ Joo - Ok Lee, ຜູ້ອຳນວຍການພາກພື້ນອາຊີ - ປາຊີຟິກຂອງເວທີປາໄສເສດຖະກິດໂລກ, ເພື່ອແນໃສ່ແລກປ່ຽນກ່ຽວກັບການຮ່ວມມືໃນຂົງເຂດຕ້ານຂີ້ເຫຍື້ອປຼາດຕິກ ແລະ ພັດທະນາເສດຖະກິດໝູນວຽນ.
ທີ່ການເຮັດວຽກ, ທ່ານ Joo- Ok Lee ໄດ້ສະແດງຄວາມປາດຖະໜາກຢາກສືບຕໍ່ໄດ້ຮັບການສະໜັບສະໜູນຂອງຫວຽດນາມ ຕໍ່ບັນດາການເຄື່ອນໄຫວນນີ້ໃນໄລຍະຈະມາເຖິງ ແລະ ແບ່ງປັນການຄາດຄະເນຂອງ ໂຄງການຄູ່ຮ່ວມມືເຄື່ອນໄຫວແຫ່ງຊາດກ່ຽວກັບຂີ້ເຫຍື້ອປຼາດຕິກຢູ່ ຫວຽດນາມ ໃນອະນາຄົດ…
ສ່ວນທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕີລາຄາ ສູງຕໍ່ການໜູນຊ່ວຍຂອງເວທີປາໄສເສດຖະກິດທົ່ວໂລກ ທີ່ມີຕໍ່ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃນໄລຍະຜ່ານມາ, ພິເສດແມ່ນໃນຂົງເຂດຕ້ານຂີ້ເຫຍື້ອປຼາດຕິກ ແລະ ພັດທະນາເສດຖະກິດໝູນວຽນຜ່ານບັນດາການເຄື່ອນໄຫວຂອງໂຄງການດັ່ງກ່າວຢູ່ ຫວຽດນາມ.