ຊຸກຍູ້ການເຂົ້າຮ່ວມຂອງພະນັກງານຍິງໃນການປະຕິບັດຄາດໝາຍສະເໝີພາບລະຫວ່າງຍິງ-ຊາຍ
ກອງປະຊຸມສຳມະນາ
(ພາບ: congdoanvn.org.vn)
(vovworld) - ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຊຸກຍູ້ການເຂົ້າຮ່ວມຂອງພະນັກງານຍິງໃນການຊີ້ນຳ, ຄຸມຄອງ, ປະຕິບັດຄາດໝາຍສະເໝີພາບລະຫວ່າງຍິງ-ຊາຍຂອງອົງການກຳມະບານ”, ໂດຍສະຫະພັນໃຫຍ່ແຮງງານຫວຽດນາມ ຈັດຕັ້ງໃນວັນທີ 21/07, ຢູ່ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໃຫ້ຮູ້ວ່າ, ເພື່ອປະຕິບັດວຽກງານວາງແຜນພະນັກງານ, ໃນນັ້ນມີການວາງແຜນພະນັກງານຍິງ, ຕ້ອງສ້າງຄວາມເປັນເອກະພາບໃນລະບົບການເມືອງກ່ຽວກັບວຽກງານພະນັກງານຍິງ. ພ້ອມກັນນັ້ນ, ບັນດາສະມາຊິກສະເໜີວ່າ ຕ້ອງເອົາໃຈໃສ່ເຖິງການກໍ່ສ້າງ ແລະ ປະຕິບັດບັນດາກົນໄກ, ນະໂຍບາຍສະເພາະສຳລັບພະນັກງານຍິງ, ສ້າງເງື່ອນໄຂໃຫ້ພະນັກງານຍິງປະຕິບັດພາລະໜ້າທີ່ຂອງແມ່ນຍິງໃນຄອບຄົວເປັນຢ່າງດີ. ມີຜູ້ແທນຫຼາຍຄົນກໍເນັ້ນໜັກດຖິງເລື່ອງຍູ້ແຮງການໂຄສະນາເພື່ອແນໃສ່ຍົກສູງຄວາມຮັບຮູ້, ທັດສະນະກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ວຽກງານພະນັກງານຍິງທຸກຂັ້ນ, ອຳນາດການປົກຄອງ, ໝູ່ຄະນະການເມືອງສັງຄົມ.